ຫໍຫຼັກເມືອງວຽງຈັນ

ການກໍ່ສ້າງ ຫໍຫລັກເມືອງ ນະຄອນຫລວງ ວຽງຈັນ ແຫ່ງໃໝ່ ໄດ້ດໍາເນີນ ໄປແລ້ວ ປະມານ 30%.
ຈໍາປາທອງ
2010.07.29

ມາຮອດ ປັດຈຸບັນນີ້ ການກໍ່ສ້າງ ຫໍຫລັກເມືອງ ນະຄອນຫລວງ ວຽງຈັນ ແຫ່ງໃໝ່ ມີຄວາມຄືບໜ້າ ໄປແລ້ວ ປະມານ 30% ຊຶ່ງພາກສ່ວນ ກ່ຽວຂ້ອງ ກຳລັງເລັ່ງງານ ເພື່ອເຮັດໃຫ້ ການກໍ່ສ້າງນັ້ນ ສຳເຣັດຕາມ ກຳນົດເວລາ ໃນເດືອນ ມິຖຸນາ ປີ 2011 ດັ່ງເຈົ້າໜ້າທີ່ ໂຄງການ ກໍ່ສ້າງ ຫໍຫລັກເມືອງ ເວົ້າວ່າ:

"ປັດຈຸບັນນີ້ ການກໍ່ສ້າງ ເຮົາກໍແມ່ນຮອດ 30 ປາຍ % ເພາະວ່າ ວຽກກໍ່ສ້າງ ດຽວນີ້ ມັນແມ່ນວຽກ ກໍ່ສ້າງ ໂຄງສ້າງ ເປັນສ່ວນໃຫຍ່ ຖ້າວ່າເຮົາ ແລ້ວໂຄງສ້າງ ແລ້ວຫລັງຄາ ພວກກໍ່ໆໄດ້ ພວກໂບກໂບກໄດ້ ພວກຕິດລາຍ ຕິດລາຍໄດ້ ເປັນວຽກທີ່ ຫລາຍພາກສ່ວນ ເຮັດໄດ້ ເປັນວຽກທີ່ໄວ ຊ່ວງນີ້ມັນຊ້າ ເພາະມັນ ເປັນວຽກ ໜ້າດຽວ".

ໂຄງການກໍ່ສ້າງ ຫໍຫລັກເມືອງ ແຫ່ງໃໝ່ ເກີດຂຶ້ນ ພາຍຫລັງ ທີ່ມີການ ຂຸດຄົ້ນພົບ ຫໍຫລັກເມືອງ ໂບຮານ ຢູ່ບ້ານເພັຍວັດ ເມືອງ ສີສັດຕະນາກ ນະຄອນ ຫຼວງວຽງຈັນ ເມື່ອວັນທີ 16 ມົກກະຣາ ປີ 2007 ຄືພົບເສົາ ຫລັກເມືອງໂບຮານ ທີ່ເຮັດດ້ວຍຫີນ ຈຳນວນ 193 ຫລັກ ແລະ ທາງການລາວ ໄດ້ຕົກລົງ ສລອງການ ຄົ້ນພົບເສົາ ດັ່ງກ່າວ ຮ່ວມກັບ ການສລອງ ນະຄອນຫລວງ ວຽງຈັນ ຄົບຮອບ 450 ປີ ໃນປີ 2010 ນີ້. ໂຄງການນີ້ ໄດ້ເລີ້ມ ປະຕິບັດ ມາແຕ່ເດືອນ ກຸມພາ ປີ 2010 ແລະ ຈະບໍ່ແລ້ວທັນ ການສລອງ ນະຄອນຫລວງ ວຽງຈັນ ຄົບຮອບ 450 ປີ ຊຶ່ງຈະຈັດຂຶ້ນ ໃນເດືອນ ພຶສຈິກາ ທີ່ຈະມາ ເຖິງນີ້.

ໃນຊ່ວງທີ່ ປັບພື້ນທີ່ ກໍ່ສ້າງ ໄດ້ຂຸດຄົ້ນ ພົບວັດຖຸ ໂບຮານ ເພີ້ມຕື່ມອີກ 2 ຄັ້ງ ໃນຣະຫວ່າງ ເດືອນທັນວາ 2009 ຫາເດືອນ ມົກກະຣາ ປີ 2010 ເຮັດໃຫ້ການ ກໍ່ສ້າງ ຕ້ອງລ່າຊ້າ ອອກໄປ. ສຳລັບຮູບແບບ ການກໍ່ສ້າງ ຫໍຫລັກເມືອງ ແຫ່ງໃໝ່ນີ້ ແມ່ນເປັນແບບ ປຣະສາດ ກວ້າງ 25 x 25 ແມັດ ສູງປະມານ 30 ແມັດ ເພື່ອໃຫ້ ສາມາດບັນຈຸ ເສົາຫີນ ໂບຮານ ທີ່ຂຸດໄດ້ນັ້ນ ແລະ ໄດ້ກຳນົດ ງົບປະມານ ໃຊ້ຈ່າຍ ໃນການກໍ່ສ້າງ 15 ຕື້ກີບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.