ສປປລາວ ຂາດ ຄຣູສອນ

ປະເທດລາວ ຍັງຂາດເຂີນ ຄຣູສອນຫລາຍ ໂດຍສະເພາະ ຢູ່ໃນເຂດ ຊົນນະບົດ ຫ່າງໄກ ຍັງຕ້ອງການຄຣູ ຊັ້ນປະຖົມ ຫລາຍພັນຄົນ.

ການ​ຂາດ​ເຂີນ​ ຄຣູ ​ແລະ ​ອາຈານ ຢູ່​ລາວ ​ເກີດ​ມາ​ຈາກ ຫລາຍ​ສາ​ເຫດ. ທ່ານ ຊື່ນ ​ໄຊຊະນະ​ວົງ​ໄຊ ຫົວໜ້າ ​ຜ​ແນ​ກ ປະຖົມ​ສຶກສາ ກົມ​ສາມັນ ກະຊວງ​ ສຶກສາ​ ທິການ​ ຂອງ​ລາວ ຊີ້​ແຈງ​​ ໃຫ້​ສາ​ເຫດ​ນຶ່ງ ​ວ່າ:

“ດຽວ​ນີ້ ​ຄຣູຂາດ ມັນ​ກໍ​ມີ ​ຫລາຍ​ສາ​ເຫດ ​ໂຄຕ້າ​ ທີ່​ທາງ​ຣັຖບານ​ລາວ ​ໃຫ້​ແຕ່ລະ​ປີ ມັນ​ຈະ​ບໍ່​ພຽງພໍ​ ສຳຣັບ ປີ​ນີ້ ​ມີ​ອັດຕຣາ ບັນຈຸ​ ຄຣູ 4,000 ກວ່າ​ຄົນ ຈະ​ແຈກ​ຢາຍ ​ໄປ​ທົ່ວ​ ທຸກ​ແຂວງ ​ໂດຍ​ສະ​ເພາະ ​ເຂດ​ພູດ​ອຍ ທີ່​ຂາດຄຣູ; 4,000 ນີ້ ຍັງ​ບໍ່ພໍ.

ອີກ​ສາ​ເຫດ​ນຶ່ງ ນັກ​ສຶກສາ ​ທີ່​ຮຽນ​ຈົບ​ ຈາກ​ສະ​ຖາ​ບັນ ​ຝຶກ​ອົບຣົມຄຣູ ​ຢູ່​ໃນ​ເມືອງ​ ສ່ວນ​ຫລາຍ ບໍ່​ຢາກ​ໄປ​ສອນ ​ຢູ່​ໃນ​ເຂດ​ຊົນນະບົດ ດັ່ງທີ່ ທ່ານ ຊື່ນ ​ໄຊຊະນະ​ວົງ​ໄຊ ​ໄດ້​ກ່າວ ​ກ່ຽວ​ກັບ​ ເຣື່ອງນີ້ວ່າ:

“ສຳຄັນ ​ທີ່​ສຸດ ​ສ່ວນ​ຫລາຍ​ ນັກຮຽນ​ ທີ່​ມາ​ຮຽນ​ ຢູ່​ໃນ​ວິທະຍາ​ໄລ​ຄຣູ ສະ​ຖາ​ບັນ ​ສ້າງ​ຄຣູ ຫລັງ​ຈາກ​ທີ່​ເຂົາ​ສຳ​ເຣັດ ການ​ຮຽນ​ແລ້ວ ສ່ວນ​ຫລາຍ​ ຈະ​ບໍ່​ໄປ​ຢູ່​ ເຂດ​ພູດ​ອຍ ອັນ​ນີ້ ​ກໍ​ເປັນ​ອີກ​ສາ​ເຫດ​ນຶ່ງ ​ທີ່​ພາ​ໃຫ້​ມີ​ການ​ຂາດຄຣູ.

ທ່ານ ຊື່ນ ອະທິບາຍ​ວ່າ ​ເຖິງ​ວ່າ​ ປັດຈຸບັນ ຣັຖບານ​ ຈະ​ມີ​ນະ​ໂຍບາຍ​ ເພິ້ມ​ເງິນ​ເດືອນ​ ໃຫ້ ​ແກ່​ຄຣູ ຜູ້​ທີ່ຈະ​ໄປ ​ປະຕິບັດ​ໜ້າ​ທີ່ ຢູ່​ໃນ​ເຂດ​ຊົນນະບົດ ​ຫ່າງ​ໄກ ​ກໍ​ຕາມ ​ນັກ​ສຶກສາ ​ທີ່​ຮຽນ​ຈົບ ວິຊາ​ຄຣູ​ແລ້ວ ກໍ​ຍັງ​ບໍ່​ຢາກ ​ໄປ​ປະຈຳການ ​ຢູ່​ເຂດ​ຊົນນະບົດ​ເລີຍ; ສ່ວນ​ຫລາຍແລ້ວ​ ຢາກ​ຢູ່ ​ແຕ່​ໃນ​ເມືອງ ​ເພາະ​ມີ​ຄວາມ​ສະດວກ​ ສະບາຍ ​ທຸກ​ຢ່າງ.

ອີກ​ສາ​ເຫດ​ໃຫຍ່​ນຶ່ງ ກໍ​ແມ່ນ ​ເງິນ​ເດືອນ ​ຂອງຄຣູ ຍັງຕ່ຳ​ເກີນ​ໄປ ​ເມື່ອ​ທຽບ​ໃສ່ ​ວິຊາ ​ອາຊີບ ​ຢ່າງອື່ນ; ຕົວຢ່າງ​ ຄຣູ​ໂຮງຮຽນ ​ຊັ້ນປະຖົມ ​ມີ​ເງິນ​ເດືອນ ​ບໍ່​ເຖິງ​ສາມ​ແສນ​ກີບ ​ແລະ ການ​ເປັນ ຄຣູ ຢູ່​ໃນ​ເຂດ​ຊົນນະບົດ ກໍ​ຈະ​ ບໍ່​ມີ​ໂອກາດ ​ມີຣາຍ​ໄດ້ ​ເພິ້ມ​ພິ​ເສດ​ເລີຍ ​ເຊັ່ນ​ບໍ່​ໄດ້ ສອນ​ເພິ້ມ ດັ່ງ​ນີ້​ເປັນຕົ້ນ.