ອະນຸສາວະຣີ ສຸພານຸວົງ

ທາງການລາວ ຈະທຳພິທີ ໃຫ້ກຽດມື້ລາງ ເຈົ້າສຸພານຸວົງ ດ້ວຍການເປີດ ອະນຸສາວະຣີ ເພື່ອສ້າງເປັນທີ່ ລະລືກໃຫ້ແກ່ທ່ານ ທີ່ນະຄອນຫລວງ ພຣະບາງໃນເດືອນ ກໍຣະກະດາ ປີນີ້.
ສິດນີ
2009.04.20

ອະນຸສາວະຣີ ຂອງມື້ລາງ ເຈົ້າສຸພານຸວົງ ຫລືເຈົ້າຊາຍແດງ ທີ່ສ້າງຂື້ນທີ່ ນະຄອນ ຫລວງພຣະບາງ ຈະສລອງເປີດ ເປັນທາງການ ເພື່ອໃຫ້ກຽດ ພຣະອົງ ໃນວັນທີ 12 ເດືອນ ກໍຣະກະດາ ປີນີ້ ຊື່ງໃນເວລາ ນີ້ການກໍ່ສ້າງ ກໍ່ສຳເຣັດແລ້ວ 80 ສ່ວນຮ້ອຍ ທາງການລາວ ບອກວ່າການສ້າງ ອະນຸສາວະຣີ ແກ່ພຣະອົງກໍ່ ເພື່ອລະລືກເຖີງ ບຸນຄຸນທີ່ທ່ານ ຕໍ່ສູ້ເພື່ອຄວາມ ເປັນເອກຣາຊ ຂອງລາວ.

ເຈົ້າ ສຸພານຸວົງ ເກີດທີ່ນະຄອນ ຫລວງພຣະບາງ ໃນປີ 1902 ເປັນພຣະຣາຊ ໂອຣົດອົງສຸດ ທ້າຍໃນຈຳນວນ ລູກຊາຍ 22 ຄົນຂອງເຈົ້າ ບຸນຄົງ ກະສັດລາວ ໃນອາ ດີດ.

ພຣະອົງໄດ້ເຂົ້າ ມາເປັນປະທານ ປະເທດລາວ ໃນປີ 1975 ແລະກໍ່ ສວັນນະຄົດ ໃນປີ 1986. ເຈົ້າສຸພານຸວົງ ຫລືເຈົ້າຊາຍແດງ ເກີດຄວາມສົນໃຈ ໃນການກູ້ຊາດ ໃນຂນະທີ່ ທ່ານເປັນນັກ ສືກສາດ້ານ ວິສາວະກັມສາດ ທີ່ປະເທດ ຝຣັ່ງເສດ ໃນຊຸ່ມປີ 1930 ທ່ານໄດ້ເຂົ້າຮ່ວມ ໃນອົງການ ລາວອິສຣະ ຫລັງຈາກທ່ານ ກັບມາລາວ ໃນປີ 1938 ແລະກໍ່ໂຕນຫນີ້ ໄປລີ້ພັຍທີ່ ປະເທດໄທ ຣະຫວ່າງປີ 1946 ຫາປີ 1949.

ໃນປີ 1950 ທ່ານເປັນຜູ້ກໍ່ ຕັ້ງຄນະ ປະເທດລາວ ຫລືລາວ communist party ຂື້ນ ທີ່ກາຍເປັນ ກຸ່ມການເມືອງ ທີ່ສຳຄັນໃນ ການຕໍ່ສູ້ເພື່ອ ເອກຣາຊຈາກ ຝຣັ່ງ ເສດ ໃນປີ 1954 ແລະຕໍ່ສູ້ກັບ ຣັຖບານ ຝ່າຍຂວາຈົນ ຮອດປີ 1975.
 

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.