ເຮືອຂົນສົ່ງ ສິນຄ້າຈີນ ຖືກຄົນຮ້າຍ ໃຊ້ອາວຸດ ສົງຄາມ ຍິງໃສ່

ຄົນຮ້າຍບໍ່ຊາບຝ່າຍ ຈາກຝັ່ງປະເທດພະມ້າ ໃຊ້ອາວຸດ ສົງຄາມຍິງ ໃສ່ເຮືອຂົນ ສົ່ງສິນຄ້າຈີນ ທີ່ລ່ອງລົງມາ ຈາກປະເທດຈີນ ຜ່ານເຂດນໍ້າຂອງ

0:00 / 0:00

ຄົນຮ້າຍບໍ່ຊາບຝ່າຍ ຈາກຝັ່ງ ປະເທດພະມ້າ ໃຊ້ອາວຸດສົງຄາມ ຍິງໃສ່ເຮືອຂົນ ສົ່ງສິນຄ້າຈີນ ທີ່ລ່ອງລົງມາຈາກ ປະເທດຈີນຜ່ານເຂດ ນໍ້າຂອງແຂວງບໍ່ແກ້ວ ຂອງລາວ ເພື່ອນໍາສິນຄ້າ ໄປຖອກຢູ່ທ່າເຮືອ ເມືອງຊຽງແສນແຂວງ ຊຽງຮາຍຂອງໄທ, ເຮັດໃຫ້ລູກເຮືອ ເສັຽຊີວິດນື່ງຄົນ ຕາມລາຍງານຈາກ ທ້ອງຖິ່ນຂອງໄທ ລາຍງານວ່າ ເຫດການຍິງເຮືອ ດັ່ງກ່າວໄດ້ເກີດຂື້ນ ໃນຕອນເຊົ້າຂອງ ວັນທີ 18 ກຸມພານີ້ ໃນຂະນະທີ່ເຮືອ ສິນຄ້າຈາກປະເທດ ຈີນປະມານ 5 ລໍາ ໄດ້ລ່ອງລົງມາ ຮອດເຂດເມືອງພົງ ຂອງພະມ້າຊື່ງຕັ້ງ ຢູ່ກົງກັນຂ້າມ ກັບເມືອງມອມ ແຂວງບໍ່ແກ້ວຂອງລາວ ຊື່ງຫ່າງຈາກ ສາມລ່ຽມຄໍາ ໄປທາງທິດເໜືອ ປະມານ 15 km.

ເປັນທີ່ເຂົ້າໃຈວ່າ ໃນເວລາທີ່ເຮືອ ຈໍານວນດັ່ງກ່າວ ແລ່ນຕາມຮ່ອງນໍ້າ ເລິກເຂດເມືອງພົງ ນັ້ນຄື້ນຟອງຂອງ ຄາຣາວານເຮືອຈີນ ໄດ້ເຮັດໃຫ້ເຮືອ ນ້ອຍຂອງກໍາລັງ ປະກອບອາວຸດ ຊົນເຜົ້າພະມ້າ ທີ່ບໍ່ຊາບຝ່າຍ ແກ່ວງໄກວເກືອບຈະຫລົ້ມ ກອງກໍາລັງປະກອບ ອາວຸດຊົນເຜົ່າ ກໍເລີຽໃຊ້ປືນອາກາ ຍິງໃສ່ເຮືອຈີນ ນື່ງລໍາທີ່ຢູ່ໃນ ຂະບວນເຮືອ 5 ລໍານັ້ນເຮັດໃຫ້ ລູກເຮືອນື່ງຄົນໄດ້ ຮັບບາດເຈັບສາຫັດ ຫລັງຈາກນໍາສົ່ງ ໂຮງພະຍາບານ ເມືອງພົງແລ້ວລູກເຮືອ ຄົນນັ້ນຈື່ງໄດ້ ເສັຽຊີວິດໄປ.

ເມື່ອກອງທະຫານ ຂອງພະມ້າໄດ້ ຮັບລາຍງານເຫດການ ແລ້ວຈື່ງໄດ້ສົ່ງ ກໍາລັງເຂົ້າໄປ ໃນເຂດນ່ານນໍ້າ ບ່ອນທີ່ເກີດເຫດ ແລະມີການຕໍ່ສູ້ ຍິງປືນໃສ່ກັນ ເປັນລະຍະນື່ງ ກ່ອນເຮືອຂອງຊົນ ເຜົ່າພະມ້າ ຈະຫລົບໜີໄປ.

ລາຍງານວ່າເມື່ອກ່ອນ ບໍ່ເຄີຽມີເຫດການ ປະທະກັນທາງ ດ້ານອາວຸດຢູ່ ໃນແມ່ນໍ້າ ຂອງຈັກເທື່ອ ແຕ່ວ່າໃນລະຍະ ນີ້ປາກົດວ່າມີ ນ່ວຍປະກອບອາວຸດ ປົກປ້ອງ ການລໍາລຽງ ຢາເສບຕິທີ່ຢູ່ ໄກ້ໆກັບບໍຣິເວນ ສາມລ່ຽມຄໍາ ເຄື່ອນໃຫວຫລາຍຂື້ນ.