ໄທຽ ຕຣຽມປ້ອງກັນ ກອງປະຊຸມ ອາຊ໊ຽນຄັ້ງທີ່ 42

ທາງກາຣໄທຽ ຕຣຽມວາງແຜນ ທີ່ຈະສົ່ງກຳລັງ ໄປຮັກສາຄວາມ ປອດພັຍຕາມເຂຕ ບໍຣິເວນ ທີ່ຈະຈັດກອງ ປະຊຸມຣະດັບ ຣັຖມົນຕຣີ ອາຊ໊ຽນຄັ້ງທີ່ 42.

0:00 / 0:00

ກອງປະຊຸມໃນ ເຂຕພູມີພາຄ ອາຊ໊ຽນຄັ້ງທີ່ 16 ຊື່ງມີກຳໜົດ ຈັດຂື້ນທີ່ ພູເກັດ ທາງພາຄໃຕ້ຂອງປະເທສ ໃນວັນທີ່ 20ແລະ23 ກໍຣະກະດາ ນີ້ ອີງຕາມແຖລງກາຣ ຂອງທ່ານ ກະສິຕ ພິຣົມ ຣັຖມົນຕຣີກາຣ ຕ່າງປະເທສຂອງໄທຽ ໃນຕອນກາງຄືນ ຂອງມື້ວັນຈັນຜ່ານມານີ້.

ທ່ານ ກະສິຕ ໄດ້ແຈ້ງຕໍ່ທາງ ສື່ມວລຊົນເພີ່ມວ່າ: ສະເພາະດ້ານ ຮັກສາ ຄວາມໝັ້ນຄົງແລະຄວາມສງົບ ຮຽບຮ້ອຍທຸກຢ່າງ ຈະຢູ່ພາຍໃຕ້ ຄວາມຮັບຜິດຊອບ ຂອງທ່ານ ປຣາວີຕ ວົງສຸວັນ ຣັຖມົນຕຣີ ກະຊວງ ປ້ອງກັນປະເທສ ທີ່ຈະຈັດສົ່ງ ກຳລັງ ເຈົ້າໜ້າທີ່ໄປ ປະຈຳ ກາຣນັບແຕ່ ວັນທີ່ 9 ກໍຣະກະດາ ນີ້ເປັນຕົ້ນໄປ ພ້ອມກັບກາຣ ຮ່ວມມືກັບທາງ ເຈົ້າໜ້າທີ່ທຸກພາຄສ່ວນ ຕາມເຂຕທ້ອງຖີ່ນ ຢ່າງທົ່ວເຖີງກັນ.

ໄທຽເປັນປະເທສ ຖືກຮັບ ເປັນປະທານວຽນ ຂອງບັນດາປະເທສ ສະມາຊິກອາຊ໊ຽນ ມີກຳ ໜົດ ຈັດກອງປະຊຸມ ສຸດຍອດຂື້ນຢູ່ ພັທຍາໃນເດືອນ ເມສາ ຜ່ານມາ ແຕ່ໄດ້ເລື່ອນກຳ ໜົດເວລາໄປ ໃສ່ສະຖານແຫ່ງ ໃໝ່ດັ່ງກ່າວນີ້ ຍ້ອນເກີດມີບັນຫາ ຂັດແຍ່ງທາງກາຣເມືອງ ຂອງໄທຽ ທີ່ມີກຸ່ມຕໍ່ຕ້ານ ຣັຖບາລ ຫລືກຸ່ມທີ່ໃສ່ ເສື້ອສີແດງ ໄດ້ເຂົ້າໄປ ຂັດຂວາງເຖີງຂັ້ນ ຕ້ອງໄດ້ປີດ ກອງປະຊຸມລົງ ຢ່າງກະທັນຫັນ ແລະຍົກເລີກໄປ ປະຊຸມມື້ໃໝ່ ດັ່ງກ່າວນີ້.