ການສຶກສາຂອງຊາວໜຸ່ມລາວ
2010.10.21
ກົດຟັງສຽງ
ເຈົ້າໜ້າທີ່ ອົງການຊາວຫນຸ່ມລາວ ວ່າ ໃນຍຸກປັດຈຸບັນນີ້ ຊາວຫນຸ່ມ ຈໍານວນນື່ງ ຍັງບໍ່ປະພືດໂຕດີ, ກໍ່ຄວາມບໍ່ສງົບ ໃນສັງຄົມ ແລະໃຫ້ຄອບຄົວ, ອັນນີ້ຍ້ອນວ່າ ການສືກສາອົບຮົມ ຂອງຂະເຈົ້າ ຍັງບໍ່ໄດ້ຮັບ ການເອົາໃຈໃສ່ ເທົ່າທີ່ຄວນ. ທ່ານວ່າ ທາງຄອບຄົວ ບໍ່ເອົາໃຈໃສ່ດີ ຕໍ່ການອົບຮົມ ສິດສອນ ຜູ້ເປັນລູກ ດັ່ງທ່ານໄດ້ກ່າວ ໃນກອງປະຊຸມ ຊາວຫນຸ່ມວ່າ:
"ການຈັດຕັ້ງສັງຄົມ ຕລອດສະຖາບັນ ຄອບຄົວ ບາງເທື່ອຍັງບໍ່ທັນ ໄດ້ເອົາໃຈໃສ່ ສືກສາ ອົບຮົມຊາວຫນຸ່ມ ຢ່າງເລິກຊື້ງ ແລະວ່າ ໜັກແໜ້ນແທ້ ເອີ້ນວ່າປະປ່ອຍ ເປັນວຽກງານ ພາກສ່ວນໃດສ່ວນນື່ງ ສະນັ້ນນີ້ ການສືກສາອົບຮົມ ຊາວຫນຸ່ມນີ້ ແມ່ນໜ້າທີ່ພັນທະ ຂອງໝົດທຸກຄົນ".
ສິ່ງແວດລ້ອມ ບາງຢ່າງ ໃນສັງຄົມລາວ ປັດຈຸບັນ ເປັນສິ່ງຈູງໃຈ ໃຫ້ຊາວຫນຸ່ມ ປະພືດໂຕບໍ່ດີ. ບາງຄັ້ງຜູ້ໃຫ່ຽ ເປັນໂຕຢ່າງ ທີ່ບໍ່ດີ. ຊາວຫນຸ່ມຈໍານວນນື່ງ ໄປກ່ຽວພັນກັບ ຢາເສບຕິດ ຊື່ງໃນທີ່ສຸດ ກໍຕ້ອງເກີດການ ລັກເລັກຂະໂມຍນ້ອຍ.
ການແກ້ໄຂເຣື້ອງນີ້ ເຈົ້າໜ້າທີ່ລາວວ່າ ມັນແມ່ນໜ້າທີ່ ຂອງໝົດທຸກຄົນ ໂດຍສະເພາະ ຜູ້ເປັນພໍ່ແມ່. ການຈັດຕັ້ງກິຈກັມ ຕ່າງໆ ໃນໂຮງຮຽນ ເພື່ອໃຫ້ຊາວຫນຸ່ມ ປ່ຽນຄວາມ ສົນໃຈ ໃນທາງທີ່ດີ ກໍເປັນສິ່ງສໍາຄັນ.