ມັທຍົມປີທີ 7 ຈະມີຂຶ້ນໃນປີນີ້
2010.07.21
ສົກການສຶກສາ ປີ 2010–2011 ທີ່ຈະເລີ້ມຂຶ້ນ ໃນເດືອນ ຕຸລານີ້ ໂຮງຮຽນມັທຍົມ ຂອງລາວ ຈະຕ້ອງໄດ້ສອນນັກຮຽນ ຊັ້ນມັທຍົມປີທີ 7 ຕາມທີ່ໄດ້ວາງເອົາໄວ້. ເຖິງແມ່ນວ່າ ຈະມີບັນຫາຕ່າງໆ ເກີດຂຶ້ນກໍຕາມ ແຕ່ໜ່ວຍງານ ທີ່ຮັບຜິດຊອບ ຈຳເປັນຕ້ອງໄດ້ແກ້ໄຂ ເພື່ອໃຫ້ທັນກັບການ ເປີດສົກຮຽນໃໝ່ນີ້ ດັ່ງທ່ານ ລີຕູ ບົວປາວ ຮອງຣັຖມົນຕຣີ ກະຊວງສຶກສາທິການ ເວົ້າວ່າ:
"ຈະຕ້ອງເປີດສົກຮຽນ ໄປຕາມແຜນ ມ.7 ກໍຕ້ອງເປີດໄປ ພ້ອມໆກັນ ສົກຮຽນຕໍ່ໄປແມ່ນ 2010-2011 ພວກເຮົາກໍຈະເລີ້ມ ເປີດວັນທີ 1 ຕຸລາ ເປັນຕົ້ນໄປ. ທຸກໆແຂວງຈະຕ້ອງ ເຮັດໜ້າທີ່ຂອງຕົນ ໃຫ້ດີທີ່ສຸດ ຮອດຍາມເປີດ ຕ້ອງໄດ້ເປີດ ຕ້ອງເປີດທຸກແຂວງ ບໍ່ເປີດບໍ່ໄດ້".
ສຳລັບບັນຫາ ງົບປະມານ ທ່ານ ລີຕູ ວ່າ ທາງອຳນາດການ ປົກຄອງແຂວງ ໄດ້ຈັດສັນງົບ ຈຳນວນນຶ່ງ ເພື່ອຕຽມພ້ອມໃນການ ໃຫ້ມີຊັ້ນມັທຍົມ ປີທີ 7. ກະຊວງສຶກສາ ໄດ້ວາງແຜນກັບ ຜແນກສຶກສາແຂວງ ທຸກແຂວງ ມາດົນແລ້ວ ໃນການເປີດຊັ້ນ ມັທຍົມປີທີ 7. ແຕ່ບັນຫາສຳຄັນ ແມ່ນການຍົກ ຣະດັບຄຣູສອນ ປື້ມສອນ ປື້ມຮຽນ ຫ້ອງຮຽນ ດັ່ງທີ່ທ່ານ ລີຕູ ເວົ້າວ່າ:
"ຈະຕ້ອງໄດ້ມີການ ບຳລຸງກ່ອນທີ່ ຈະໄດ້ເປີດສົກຮຽນ ແລະນີ້ກໍໄດ້ມີການ ກຽມພ້ອມເພື່ອຈະບຳລຸງ ຍົກຣະດັບຄຣູທີ່ສອນ ແຕ່ລະວິຊາຂອງ ຊັ້ນ ມ.7. ແຕ່ວ່າສຳຄັນຕ້ອງ ອົບຮົມຄຣູໃຫ້ມີ ຄວາມເຂົ້າໃຈໃນ ການສອນ ຕ້ອງໄດ້ກຽມພ້ອມ ທາງດ້ານຄຣູ ທາງດ້ານອາຈານ ທາງດ້ານຫ້ອງຮຽນ ສິ່ງທີ່ຕ້ອງໄດ້ ສູ້ຊົນໃຫ້ມັນເກີດ".
ທ່ານວ່າ ການເປີດສອນ ໃນຣະດັບ ມັທຍົມ 7 ນີ້ ເຖິງມີຄວາມຫຍຸ້ງຍາກ ແຕ່ເພື່ອການພັທນາ ການສຶກສາ ໃຫ້ມີຄຸນນະພາບ ກວ່າເດີມນັ້ນ ທຸກໜ່ວຍງານ ທີ່ກ່ຽວຂ້ອງຈຳເປັນ ຕ້ອງໄດ້ຮັບຜິດຊອບ ແລະແກ້ໄຂບັນຫາ ທີ່ເກີດຂຶ້ນ ໃຫ້ດີທີ່ສຸດ.