ແຂວງຈໍາປາສັກ ຣະດົມຝຶກຄຣູສອນ

ທາງກາຣສຶກສາ ແຂວງຈໍາປາສັກ ຣະດົມ ອາສາສມັກ ຝຶກອົບຮົມ ເປັນຄຣູສອນ ຕາມໂຮງຮຽນ ຊົນນະບົທ.
ຫວາດ ສີມູນ
2010.05.10

ທາງກະຊວງ ສຶກສາທິກາຣລາວ ຍັງຂາດແຄນ ຄຣູສອນ ຢ່າງຫລວງຫລາຍ ໂດຽສະເພາະຕາມ ເຂຕຊົນນະບົທ ສະນັ້ນທາງຜແນກ ກາຣສຶກສາປະຈຳ ແຂວງ ຈຳປາສັກ ຈຶ່ງມີກາຣຣະດົມ ອາສາສມັກເຂົ້າ ຮັບກາຣຝຶກອົບຮົມ ກາຣເປັນຄຣູສອນ ໃຫ້ມີຫລາຍຂຶ້ນ ດ້ວຍກາຣສົ່ງເສີມ ດ້ານງົບປະມານ ພ້ອມກັບທີ່ຢູ່ ອາສັຍ ແລະ ອາຫາຣກາຣກິນ ດັ່ງເຈົ້າໜ້າທີ່ ກາຣສຶກສາທ່ານໜຶ່ງ ໄດ້ກ່າວວ່າ:

“ຜແນກສຶກສາ ທິກາຣແຂວງເຮົານີ້ ໄດ້ມີກາຣປຸກຣະດົມ ເອົາຄຣູອາສາສມັກ ຈຳນວນໜຶ່ງ ໄປສອນຊ່ວຍໃນ ແຕ່ລະແຫ່ງທີ່ ຂາດຄຣູ ແລະໄດ້ຣະດົມ ໃຫ້ຊຸມຊົນ ມີນະໂຍບາຍ ຕໍ່ອາສາສມັກ ດ້ວຍກາຣສນອງ ເຂົ້າກິນ ນະໂຍບາຍ ງົບປະມານ”.

ພ້ອມດຽວກັນນັ້ນ ທ່ານກໍວ່າ ໃນຣະຍະຜ່ານມາ ເຖິງຈະມີຜູ້ ທີ່ຈົບຫລັກສູຕຄຣູ ກໍຕາມ ແຕ່ກໍບໍ່ຄ່ອຍ ມີຜູ້ສົນໃຈທີ່ ຈະລົງໄປສອນ ໃນເຂຕທີ່ຫ່າງ ໄກສອກຫລີກ ຍ້ອນວ່າກາຣ ດຳຣົງຊີວີຕ ປະຈຳວັນບໍ່ມີ ຄວາມສະດວກສະບາຍ ເໝືອນດັ່ງທີ່ຢູ່ ຕາມຕົວເມືອງໃຫຍ່ ຈຶ່ງເກີດເປັນບັນຫາ ແລະສົ່ງຜົລກະທົບ ດ້ານຂາດແຄນຄຣູສອນ ຕາມເຂຕຊົນນະບົທ ມາຈົນເທົ່າ ປັຈຈຸບັນນີ້. ໂຄງກາຣສົ່ງເສີມ ອາສາສມັກເປັນຄຣູ ໄປປະຈຳກາຣ ຢູ່ຕາມໂຮງຮຽນ ທີ່ຫ່າງໄກສອກຫລີກ ດັ່ງກ່າວ ໄດ້ຊ່ວຍເຮັດໃຫ້ ເດັກນ້ອຍໄດ້ຮັບ ກາຣສຶກສາຫລາຍຂຶ້ນ:

“ກາຣຂຍາຍຕາຣາງ ກາຣສຶກສາ ໄດ້ລົງເຖິງທ້ອງຖິ່ນ ຮາກຖານເຂຕ ຊົນນະບົທ ເດັກນ້ອຍລູກຫລານ ບັນດາເຜົ່າ ກໍໄດ້ເຂົ້າ ຮຽນຢ່າງທົ່ວເຖິງ ໄດ້ສນອງຄຣູສອນ ລົງທ້ອງຖິ່ນ ຮາກຖານ ເຫັນວ່າພຽງພໍ”.

ເຈົ້າໜ້າທີ່ລາວ ທ່ານນີ້ໄດ້ກ່າວ ເນັ້ນວ່າ ຈຸດປະສົງຂອງກາຣ ນຳເອົາອາສາສມັກລົງ ໄປເປັນຄຣູສອນນັ້ນ ກໍເພື່ອສົ່ງເສີມ ໃຫ້ກາຣສຶກສາ ຢູ່ຕາມເຂຕຊົນນະບົທ ມີປະສິທທິຜົລ ຫລາຍຂຶ້ນ ຕາມໂຄງກາຣ ຂຍາຍກາຣສຶກສາ ໄປໃຫ້ທົ່ວເຖິງ ພາຍໃນປະເທສ.


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.