ແຂວງວຽງຈັນ ຍັງຂາດເຂີນຄຣູສອນ
2010.07.20
ທົ່ວເຂຕຊົນນະບົດ ໃນແຂວງວຽງຈັນ ປັຈຈຸບັນ ຍັງບໍ່ທັນມີ ຄຣູສອນພຽງພໍ ກັບຄວາມຕ້ອງກາຣ ຍ້ອນບໍ່ຄ່ອຍຈະມີ ຜູ້ສົນໃຈ ທີ່ຈະໄປໃຊ້ຊີວີຕ ເປັນນາຍຄຣູ ຢູ່ຕາມເຂຕ ຫ່າງໄກຊອກຫລີກ ແລະ ໃນຂນະດຽວກັນ ບັນດາຄຣູທີ່ຮຽນຈົບ ຫລັກສູຕອອກມາໃໝ່ໆ ຊ້ຳພັດວ່າຍັງ ຂາດປະສົບການ ອັນເປັນກາຣສ້າງ ຜົລກະທົບກະເທືອນ ໄປເຖິງ ເຣື່ອງຄຸນນະພາບ ກາຣສຶກສາຂອງລາວ ໂດຽທົ່ວໄປນຳດ້ວຍ ດັ່ງທ່ານຍົງເຊີ ລີເຍັຽວູ ຮອງຫົວໜ້າຜແນກ ສຶກສາປະຈຳ ແຂວງວຽງຈັນ ໄດ້ກ່າວວ່າ:
“ຄວາມຫຍຸ້ງຍາກ ຂອງແຂວງວຽງຈັນ ເຣື່ອງສະພາບກາຣສຶກສານີ້ ແມ່ນຢູ່ຊົນນະບົທ ຄຣູບໍ່ພໍ ຍ້ອນຄຣູບໍ່ຢາກໄປ ສອນຢູ່ເຂຕຊົນນະບົທ ຊີວີຕກາຣເປັນຢູ່ (ຕາມ) ຊົນນະບົທ ກໍຍັງຝືດເຄືອງ ແລະເຂົາ ກໍບໍ່ຢາກໄປ ແລະອີກຢ່າງໜຶ່ງ ກໍແມ່ນຄຣູໃໝ່ ມັນບໍ່ທັນມີ ປະສົບກາຣ ແລະກໍເອົາເຂົ້າ ສອນເລີຽ ຄັນບໍ່ສອນກໍບໍ່ມີຄຣູ”
ພ້ອມດຽວກັນນີ້ ທ່ານກໍວ່າ ໃນທົ່ວແຂວງວຽງຈັນ ມີຄຣູສອນທັງໝົດ ປະມານ 5,000 ກວ່າຄົນ ແຕ່ກໍຍັງບໍ່ທັນມີ ພຽງພໍກັບ ຄວາມຕ້ອງກາຣເທື່ອ ໂດຽສະເພາະຕາມ ເຂຕທີ່ຢູ່ຫ່າງໄກ ສອກຫລີກ ອັນເປັນເຫຕໃຫ້ ທາງແຂວງວຽງຈັນ ພົບພໍ້ກັບບັນຫາຫຍຸ້ງຍາກ ດ້ານຂາດແຄນຄຣູສອນ ເຊັ່ນດຽວກັບທີ່ເກີດຂຶ້ນ ໃນເຂຕແຂວງອື່ນໆ ສະນັ້ນຈຶ່ງມີກາຣ ນຳເອົາຄຣູພັນຖະ ປະມານ 500 ກວ່າຄົນ ໄປປະຈຳກາຣສອນ ຢູ່ຕາມເຂຕຫ່າງໄກ ສອກຫລີກ ແຕ່ກໍຍັງມີບັນຫາ ຢູ່ຄືເກົ່າ ດັ່ງທ່ານ ຍົງເຊີ ໄດ້ກ່າວຢ້ຳອີກວ່າ:
“ວິທີແກ້ໄຂ ແຂວງວຽງຈັນ ພວກຂະເຈົ້າ ໄດ້ຣະດົມຄຣູໄປສອນ ສອນແບບບໍ່ມີ ເງິນເດືອນ ຄຣູນີ໊ມັນຈົບມາຈາກ ວິເທສ ຄຣູນີ້ຫລາຍ ແຕ່ວ່າໂຄຕ໊າຣ໌ຈະຮັບ ຄຣູນີ້ນ້ອຍ ເພາະວ່າຈຳນວນໜຶ່ງ ກໍບໍ່ຢາກເປັນນາຍຄຣູ ຢາກໄປຢູ່ໃນ ຂແນງກາຣອື່ນໆ”.
ເຈົ້າໜ້າທີ່ລາວ ທ່ານນີ້ ໄດ້ກ່າວຢ້ຳທ້າຍເພີ່ມວ່າ ເພື່ອໃຫ້ກາຣສຶກສາ ໃນເຂຕຊົນນະບົທ ທີ່ຫ່າງໄກສອກຫລີກ ມີປຣະສິທທິພາບ ຫລາຍຂຶ້ນນັ້ນ ຈະຕ້ອງໄດ້ມີກາຣ ປັບປຸງການສອນ ໃຫ້ດີຂຶ້ນກວ່າເກົ່າ ພ້ອມກັບຢາກໃຫ້ມີ ກາຣຝຶກອົບຮົມ ສົ່ງເສີມ ແລະຍົກຣະດັບຄຣູສອນ ຢູ່ຕາມຂັ້ນທ້ອງຖິ່ນ ຂັ້ນເມືອງ ແລະ ໃນຣະດັບແຂວງ ໄປພ້ອມໆກັນ.