ຊັ້ນມັທຍົມ 7 ແຂວງຄໍາມ່ວນຍັງຂາດປື້ມຮຽນ
2010.08.27
ນັກຮຽນຫ້ອງ ມັທຍົມ 7 ແຂວງຄໍາມ່ວນ ບໍ່ທັນໄດ້ຮັບ ປື້ມວິຊາຮຽນ ທັງໝົດ ຍ້ອນວ່າຍັງອີກ 3 ວິຊາທີ່ບໍ່ ທັນພິມແລ້ວ ໃນຈໍານວນ ທັງໝົດ 11 ວິຊາ ແຕ່ທາງ ກະຊວງສືກສາ ຄາດວ່າ ຈະສົ່ງໃຫ້ ທັນວັນເປີດ ສົກການສືກສາ ໃໝ່ ວັນທີ 1 ກັນຍານີ້. ນັກຮຽນບາງ ໂຮງຮຽນກໍອາດ ບໍ່ສາມາດ ໄດ້ຮັບປື້ມ ວິຊາຮຽນໝົດ ທຸກຄົນ ດັ່ງທ່ານ ລີຟຸງ ຫົວໜ້າກົມ ມັທຍົມ ກະຊວງ ສືກສາທິການ ໄດ້ກ່າວ:
"ຍັງເທື່ອ ຈະສົ່ງໄວໆນີ້ ຕິດຂັດຍ້ອນວ່າ ຍັງພິມ ບໍ່ແລ້ວເທື່ອ ຍັງ 3 ສະບັບບໍ່ແລ້ວ ດຽວນີ້ພິມໄກ້ ຈະແລ້ວໆ ນີ້ກໍພົບຜູ້ ອໍານວຍການ ໂຮງພິມ ກໍໄດ້ຖາມ ເພິ່ນແລ້ວ ເພິ່ນບອກວ່າ ຈະແລ້ວໄວໆນີ້".
ທ່ານ ລີຟຸງວ່າ ຫລັງຈາກພິມ ປື້ມວິຊາຮຽນ ຊັ້ນມັທຍົມ 7 ແລະສົ່ງໃຫ້ ທຸກແຂວງແລ້ວ ທາງກົມມັທຍົມ ຈະພິມປື້ມນີ້ ຕື່ມອີກເພື່ອໃຫ້ ນັກຮຽນສາມາດ ຊື້ໄດ້ຕາມ ຮ້ານຂາຍໜັງສື ຕ່າງໆ. ການສົ່ງປື້ມ ໄປໃຫ້ແຕ່ລະ ໂຮງຮຽນ ນັ້ນແມ່ນອີງຕາມ ຈໍານວນນັກຮຽນ ໃນແຕ່ລະ ໂຮງຮຽນ ແຕ່ວ່າໃນ ຕອນຕົ້ນໆນີ້ ນັກຮຽນໃນບາງ ໂຮງຮຽນອາດ ບໍ່ໄດ້ປື້ມ ຄົບຈໍານວນ:
"ຕອນນີ້ກໍມີ ຈໍານວນ ແຕ່ວ່າຄົງ ຈະບໍ່ໄດ້ຄົບ ທຸກຄົນ ແຕ່ວ່າ 2-3 ຄົນຕໍ່ເຫລັ້ມນື່ງ ຄາດການວ່າ ເຂດທີ່ຫຍຸ້ງຍາກ ຈະໄດ້ທຸກຄົນ ແຕ່ວ່າເຂດ ຕົວເມືອງ ກໍໃຫ້ເຂົາຊື້ເອົາ".
ໃນຈໍານວນ ປື້ມຮຽນ 11 ວິຊາທີ່ ວ່ານີ້ກໍມີ ວິຊາ ພາສາລາວ ວັນນະຄະດີ ຄະນິດສາດ ຟີຊິກ ເຄມີ ຊີວະ ເທັກໂນໂລຈີ ສັງຄົມສືກສາ ພາສາຕ່າງປະເທດ ວິຊາພົລເມືອງ ແລະວິຊາ ICT ເທັກໂນໂລຈີ ຂ່າວສານ.