ນັກຮຽນ ມ.7 ໃນແຂວງເຊກອງ

ນັກຮຽນ ມັທຍົມສຶກສາ ປີທີ 7 ໃນແຂວງເຊກອງ ມີຄວາມ ກະຕືລືລົ້ນ ກັບການເປີດ ສົກປີຮຽນໃໝ່.
ໂພໄຊສວັດ
2010.09.07

ສົກສຶກສາ ປີ 2010–2011 ໄດ້ເລີ້ມ ໃນມື້ວັນທີ 1 ກັນຍາ 2010 ສໍາລັບປີນີ້ ເປັນປີ ທຳອິດທີ່ມີ ການເປີດສອນ ລະດັບຊັ້ນ ມັທຍົມປີທີ 7 ຈຶ່ງເຮັດໃຫ້ ນັກຮຽນ ໃນຊັ້ນນີ້ ມີຄວາມ ກະຕືລືລົ້ນ ເປັນພິເສດ.

ເຖິງຢ່າງໃດກໍຕາມ ການຮຽນການສອນ ຂອງຊັ້ນນີ້ ຍັງບໍ່ທັນ ເປັນໄປຕາມ ປົກກະຕິເທື່ອ ເນື່ອງຈາກວ່າ ຕ້ອງໄດ້ລໍຖ້າ ປຶ້ມຫລັກສູດ ທີ່ຍັງພິມ ບໍ່ທັນແລ້ວ ຄົບຖ້ວນ. ອາຈານບຸນເຫລືອ ແກ້ວມະນີໄລ ຫົວໜ້າ  ຜແນກ ມັທຍົມສຶກສາ ແຂວງ ເຊກອງ ອະທິບາຍວ່າ:

"ສຳລັບພາກສ່ວນ ນັກຮຽນນີ້ ເຫັນວ່າ ກະຕືລືລົ້ນ ມີຄວາມພ້ອມ ສຳລັບ ການຮຽນການສອນ ການຮຽນຂອງເຂົາ ເລີ້ມໄຂ ສົກຮຽນໃໝ່ ລັ່ງໄຫລຈາກ ຄອບຄົວໄປຫາ ໂຮງຮຽນ ກໍແມ່ນຢ່າງ ໜາແໜ້ນ ເຮັດໃຫ້ການ ສັນຈອນ ໃນເສັ້ນທາງ ມີບັນຫາ".

ສຳລັບເຣື້ອງ ອາຈານສອນ ທີ່ຈະສອນ ຊັ້ນມັທຍົມ ປີທີ 7 ນັ້ນ ອາຈານບຸນເຫລືອ ເວົ້າວ່າ ມີອາຈານ ຈຳນວນນຶ່ງ ທີ່ຈະຕ້ອງໄດ້ ຝຶກອົບຮົມຕື່ມ ແລະ ອາຈານອີກ ຈຳນວນນຶ່ງ ກໍສາມາດ ສອນໄດ້ແລ້ວ. ສ່ວນປຶ້ມຮຽນ ຫລັກສູດ ໃໝ່ນີ້ຍັງ ບໍ່ທັນມີຄົບ ຍ້ອນເປັນການພິມ ເທື່ອທຳອິດ ດັ່ງນັ້ນເມື່ອຮຽນ ນັກຮຽນຕ້ອງໄດ້ ແບ່ງອອກເປັນກຸ່ມ ເພື່ອໃຫ້ປຶ້ມ ສເລັ່ຍເທົ່າກັບ ຈຳນວນ ຂອງນັກຮຽນ. ອາຈານບຸນເຫລືອ ເວົ້າກ່ຽວກັບເຣື້ອງນີ້ວ່າ:

"ປຶ້ມແບບຮຽນ ຈະມາພາກສ່ວນນຶ່ງ ແລະພາກສ່ວນນຶ່ງ ເພິ່ນຈະໃຫ້ ຕາມທີຫລັງ ຄາດວ່າວັນທີ 15 ເດືອນ 9 ຈະໄດ້ສອນ ເປັນປົກກະຕິ ແຕ່ຫລັກໆ ລະແມ່ນເພິ່ນສົ່ງ ເກືອບໝົດແລ້ວ ເປັນຫລັກສູດ ເປັນປຶ້ມແບບຮຽນ ອີ່ຫຍັງ ຈະຄົບແລ້ວ".

ຢູ່ພາຍໃນ ແຂວງເຊກອງ ມີໂຮງຮຽນ ທີ່ເປີດສອນ ຊັ້ນມັທຍົມ ປີທີ 7 ຢູ່ 10 ແຫ່ງໃນ 4 ຕົວເມືອງ ຄືເມືອງລະມາມ, ເມືອງທ່າແຕງ, ເມືອງກະລຶມ ແລະເມືອງດັກຈຶງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.