ການສຶກສາ ຂາດຄຸນນະພາບ ຢູ່ລາວ
2010.06.23
ສາເຫດຕົ້ນຕໍ ສາມຢ່າງ ທີ່ພາໃຫ້ ການສຶກສາ ຢູ່ ສປປລາວ ບໍ່ມີຄຸນນະພາບ ຄື:
1. ຫລັກສູດການຮຽນ ການສອນ ແຕ່ລະຊັ້ນຮຽນ ບໍ່ພຽງພໍ.
2. ພື້ນຖານໂຄງລ່າງ ອຸປະກອນ ແລະເຄື່ອງມື ຍັງຂາດເຂີນ ແລະ
3. ບັນຫາທີ່ເປັນ ຂໍ້ຕັດສິນທຸກຢ່າງ ຄື ບັນຫາຄຣູ ບໍ່ພຽງພໍ
ຕາມຄຳເວົ້າ ຂອງ ທ່ານ ພັນຄຳ ວິພາວັນ ຣັຖມົນຕຣີ ກະຊວງ ສຶກສາທິການ ຕໍ່ກອງປະຊຸມ ສະໃໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ 6 ເມື່ອທ້າຍສັປດາ ຜ່ານມາ. ທ່ານວ່າ ສາເຫດຫລັກທີ່ພາ ໃຫ້ການສຶກສາ ຂອງ ສປປລາວ ຍັງບໍ່ມີ ຄຸນນະພາບ ແມ່ນເກີດຈາກ 3 ສາເຫດທີ່ວ່າມາ. ໃນນັ້ນ ບັນຫາຄຣູ ບໍ່ມີຄວາມຮູ້ ຄວາມສາມາດ ແລະ ເປັນຄຣູດ້ວຍໃຈມັກ ຍັງເປັນຂໍ້ຕັດສິນ ຫລັກຢູ່.
ດັ່ງນັ້ນ ທາງກະຊວງ ສຶກສາທິການ ຈຶ່ງໄດ້ມີວິທີ ແກ້ໄຂປັບປຸງ ຣະບົບການ ບັນຈຸຄຣູ ໃຫ້ໄດ້ ກ່ອນຣັຖກອນ ຂແນງການອື່ນໆ ແລະໃຫ້ແລ້ວກ່ອນ ການເປີດສົກຮຽນ ໃໝ່ ຂອງທຸກໆປີ; ໄດ້ແບ່ງ ໂຄຕ້ານັກຮຽນ ມາຮຽນວິຊາຄຣູ ໃຫ້ແຕ່ລະທ້ອງຖິ່ນ ໂດຍສະເພາະ ເຂດທີ່ຂາດແຄນຄຣູ ເຂດຮ່າງໄກ, ປັບປຸງຣະບົບ ອາຍຸບຳນານ ຂອງ ຄຣູອາຈານ ເພີ້ມເຕີມ 5 ປີ ໂດຍສະເພາະ ສຳລັບຜູ້ທີ່ມີ ບົດຮຽນ ແລະ ປະສົພການສອນ, ສ້າງສິ່ງຈູງໃຈ ນັກຮຽນຄຣູ ໃຫ້ດີຂຶ້ນກວ່າເກົ່າ ເປັນຕົ້ນໃຫ້ ທຶນການສຶກສາ ແລະວຽກງານອື່ນໆ ເພື່ອເຮັດໃຫ້ຊີວິດ ການເປັນຢູ່ ຂອງຄຣູດີຂຶ້ນ ເທື່ອລະກ້າວ.
ຕາມມາຕຖານ ທົ່ວໄປ ຄຣູອະນຸບານ 1 ຄົນ ຕໍ່ນັກຮຽນ 20 ຄົນ ແຕ່ຢູ່ ສປປລາວ ປັດຈຸບັນ ສເລັ່ຽແລ້ວ ແມ່ນ 76 ຄົນ; ຊັ້ນປະຖົມ - 59 ຄົນ ແລະຍັງມີຫລາຍ ໂຮງຮຽນ ມີເຖິງ 123 ຄົນ ຊຶ່ງຕາມເກນແລ້ວ ແມ່ນ ຄຣູ 1 ຄົນ ຕໍ່ນັກຮຽນ 30 ຄົນ. ສ່ວນຄຣູມັທຍົມ ແມ່ນຄຣູ 1 ຄົນຕໍ່ນັກຮຽນ 44 ຄົນ ຊຶ່ງຕາມເກນແມ່ນ 25 ຄົນ.