ສປປລາວ ຍັງຂາດເຂີນຫ້ອງຮຽນ
2010.07.20
ໃນສົກສຶກສາ 2010-2011 ໂຮງຮຽນມັທຍົມ ໃນທົ່ວປະເທດຈະເລີ້ມ ໃຫ້ມີຊັ້ນຮຽນມັທຍົມ ປີທີ 7 ແຕ່ໂຮງຮຽນຫລາຍແຫ່ງ ຍັງບໍທັນພ້ອມ ແລະ ບາງແຫ່ງຮອດຍັງ ບໍ່ທັນມີຫ້ອງຮຽນຊ້ຳ.
ທ່ານ ລີຟຸງ ຫົວໜ້າກົມມັທຍົມ ກະຊວງສຶກສາທິການ ເວົ້າກ່ຽວກັບການ ແກ້ໄຂບັນຫານີ້ວ່າ ໂຮງຮຽນ ທີ່ຍັງບໍ່ທັນໄດ້ຮັບ ການຊ່ວຍເຫລືອຈາກ ຣັຖບານ ຕ້ອງຂົນຂວາຍ ຫາທາງອອກດ້ວຍຕົນເອງ. ຊື່ງໝາຍຄວາມວ່າ ໃຫ້ໂຮງຮຽນຈ່າຍຄ່າ ປຸກສ້າງຫ້ອງຮຽນໄປກ່ອນ ແລ້ວຈຶ່ງມາທວງ ເອົາເງິນຄືນຈາກ ກະຊວງສຶກສາທິການ ຕາມພາຍ ຫລັງ.
ສຳລັບເງິນທີ່ ແຕ່ລະໂຮງຮຽນ ຈະໄດ້ຮັບ ຈະເປັນພຽງແຕ່ ຄ່າສັງກະສີເທົ່ານັ້ນ ເພາະຣັຖບານ ຈະຊ່ວຍເຫລືອພຽງ ແຕ່ຄ່າສັງກະສີ. ສ່ວນທີ່ເຫລືອເປັນ ພາລະຂອງ ປະຊາຊົນ ແລະອຳນາດ ປົກຄອງທ້ອງຖິ່ນ ທີ່ຕ້ອງຈັດຫາ ຫ້ອງຮຽນດັ່ງກ່າວເອົາເອງ ເພື່ອເຮັດໃຫ້ຫ້ອງຮຽນ ມັທຍົມປີທີ 7 ຂອງທ້ອງຖິ່ນເກີດຂື້ນໄດ້ ຕາມແຜນການ.
ທ່ານ ລີຟຸງ ເປີດເຜີຍຕື່ມວ່າ ໃນສົກສຶກສາ 2010-2011 ມີຄວາມຈຳເປັນ ຕ້ອງສ້າງຫ້ອງຮຽນ ທັງໝົດເພີ້ມ 866 ຫ້ອງຊຶ່ງຈະຕ້ອງ ໃຊ້ສັງກະສີ ປະມານ 69,000 ກວ່າແຜ່ນ ແຕ່ໃນປັດຈຸບັນນີ້ ທາງກະຊວງສຶກສາທິການ ມີສັງກະສີພຽງແຕ່ 32,000 ແຜ່ນເທົ່ານັ້ນ.
ນອກຈາກບັນຫາ ການຂາດແຄນ ທີ່ກ່າວມານັ້ນແລ້ວ ຣັຖບານຕ້ອງໄດ້ພິມປຶ້ມ ຕຳລາຮຽນສຳລັບ 11 ວິຊາ ແຕ່ລະວິຊາຕ້ອງ ໃຫ້ໄດ້ 36,000 ເຫລັ້ມ ໃຫ້ແລ້ວກ່ອນ ສົກຮຽນແຕ່ປາກົດວ່າ ທາງໂຮງພິມຍັງ ບໍ່ທັນພິມປຶ້ມຕຳລາຮຽນ ນີ້ແລ້ວເທື່ອ.
ໃນເວລາດຽວກັນ ກ່ອນທີ່ຈະເລີ້ມຊັ້ນຮຽນ ມັທຍົມປີທີ 7 ກໍຕ້ອງໄດ້ຝຶກ ອົບຣົມຄຣູສອນ ໃຫ້ໄດ້ 4,200 ຄົນເສັຍກ່ອນ ແຕ່ມາຮອດກາງເດືອນ ມິຖຸນາ ງົບປະມານ ຄ່າບຳຣຸງຄຣູຍັງບໍ່ ທັນອອກມາເທື່ອ. ໝາຍຄວາມວ່າ ນາຍຄຣູຍັງບໍ່ໄດ້ ຮັບເງິນເດືອນເທື່ອ. ຍ້ອນບັນຫາທັງຫລາຍ ທັງປວງເຫລົ່ານີ້ ຫລາຍທ້ອງຖິ່ນຈຶ່ງ ໜັກໃຈວ່າຕົນ ຈະສາມາດ ປະຕິບັດໜ້າທີ່ນີ້ໄດ້ ສຳເຣັດຫລືບໍ່?