ບັນຫາການສຶກສາ ໃນແຂວງຫຼວງນໍ້າທາ
2010.06.28
ທາງກາຣ ແຂວງຫລວງນ້ຳທາ ຍອມຮັບວ່າ ກາຣຈັດຕັ້ງວຽກງານ ກາຣສຶກສາ ຍັງປະສົບກັບບັນຫາ ຄວາມຫຍຸ້ງຍາກ ໂດຽສະເພາະກັບ ບັນດາຊົນເຜົ່າ ທີ່ຢູ່ຫ່າງໄກ ສອກຫລີກ ແລະອີກຢ່າງໜຶ່ງ ແຂວງຫລວງນ້ຳທາ ກໍເປັນແຂວງພູດອຍ ແລະມີອຸປສັກ ໃນກາຣປະຕິບັຕ ວຽກງານ ດັ່ງຍານາງຣັສມີ ມິ່ງບຸບຜາ ສະມາຊິກ ສະພາແຫ່ງ ຊາຕ ເຂຕເລືອກຕັ້ງທີ່ 3 ແຂວງຫລວງນ້ຳທາ ໄດ້ກ່າວທີ່ກອງ ປະຊຸມສະພາ ແຫ່ງຊາຕ ສມັຍສາມັນຄັ້ງທີ່ 9 ຂອງສະພາແຫ່ງຊາຕ ຊຸດທີ່ 6 ວ່າ:
“ກ່ຽວກັບກາຣສຶກສາ ພວກເຮົາກໍຍັງມີ ອຸປສັກໃນວຽກງານ ກາຣສຶກສາ ໂດຽສະເພາະ ແມ່ນນຳພີ່ນ້ອງ ເຜົ່າສ່ວນນ້ອຍ ທີ່ຢູ່ຫ່າງໄກ ສອກຫລີກ ແຂວງຫລວງນ້ຳທາ ຂອງພວກເຮົາ ຍັງມີ 9 ພັນກວ່າຄົນ ທີ່ວ່າຍັງບໍ່ ຮູ້ໜັງສື ແລະໃນຈຳນວນ 9 ພັນກວ່າຄົນນີ້ ຖ້າວ່າແຍກສະຖີຕິ ເຂົ້າອີກ ພວກເຮົາຈະເຫັນຕົວ ເລຂຂອງແມ່ຍິງ ກໍຄືຢູ່ໃນ 7 ພັນກວ່າຄົນ”.
ຍານາງໄດ້ກ່າວ ເພີ່ມວ່າ ໃນຈຳນວນ ປະຊາຊົນທີ່ ບໍ່ຮູ້ໜັງສືນັ້ນ ເປັນພວກທີ່ມີ ເກນອາຍຸທີ່ຄວນ ຈະມີສ່ວນປະກອບ ເຂົ້າໃນກາຣ ພັທນາສັງຄົມ ແຕ່ໃນເມື່ອເຂົາເຈົ້າ ຂາດຄວາມຮູ້ ຈຶ່ງບໍ່ສາມາດ ທີ່ຈະມີອາຊີພ ອື່ນໃດໄດ້ ນອກຈາກວຽກດ້ານ ກະສິກັມ ຫລືກາຣຜລິຕຕ່າງໆ ຕາມຣະດູກາຣ ເທົ່ານັ້ນ ຈຶ່ງເກີດມີບັນຫາ ດ້ານກາຣວ່າງງານ ຕລອດມາ. ນອກຈາກນັ້ນຍັງ ມີບັນຫາ ສຳຫລັບທີ່ຈະ ນຳເອົາວິຊາກາຣ ໄປເຜີຽແພ່ ເພາະກາຣ ຄົມນາຄົມ ກໍລຳບາກ:
“ແລະບ່ອນໃດ ທີ່ວ່າຢູ່ເຂຕຫ່າງໄກ ສອກຫລີກຫລາຍ ຫຍຸ້ງຍາກ ມີອຸປສັກໃນກາຣ ໄປຮອດໄປເຖິງ ຫລືວ່າໄປຮອດໄປເຖິງ ກໍບໍ່ສມໍ່າສເມີ ບໍ່ຕໍ່ເນື່ອງ ກາຣແນະນຳທາງ ດ້ານວິຊາກາຣ ກໍຫຍຸ້ງຍາກ ຍ້ອນບາງເທື່ອ ບໍ່ທັງໜັງສື ແລະບໍ່ຮູ້ທັງ ພາສາລາວ ຕ້ອງໄດ້ໃຊ້ ພາສາແປ”.
ຍານາງຣັສມີ ໄດ້ກ່າວຢ້ຳວ່າ ບັນຫາຫລັກ ອີກອັນໜຶ່ງຂອງ ປະຊາຊົນ ບັນດາເຜົ່າ ໃນເຂຕທີ່ ຢູ່ຫ່າງໄກ ສອກຫລີກນັ້ນ ຊຶ່ງສ່ວນຫລາຍທີ່ ບໍ່ຮູ້ໜັງສືແລ້ວ ຍັງມີວັທນາທັມ ທີ່ແຕກຕ່າງກັນ ເຮັດໃຫ້ເກິດມີ ບັນຫາໃນດ້ານ ປະຕິບັຕວຽກ ງານກາຣສຶກສາ ທີ່ບໍ່ສາມາດ ໄປທົ່ວເຖິງກັນ ໄດ້ແຕ່ຢ່າງໃດ.