ລາວເລັ່ງພິມປື້ມຮຽນ ຊັ້ນ ມ.7
2010.09.20

ກະຊວງສຶກສາ ທິການລາວ ກໍາລັງ ເລັ່ງມື ຈັດພິມປຶ້ມ ສໍາລັບ ຊັ້ນມັທຍົມ ສຶກສາ ປີທີ 7 ໃຫ້ສໍາເຣັດ ໂດຍໄວ ເພື່ອຈັດສົ່ງ ໃຫ້ຄຣູ ໃນໂຮງຮຽນ ມັທຍົມ ທົ່ວປະເທດ ມີປຶ້ມສອນ ໂດຍທີ່ບໍ່ຕ້ອງໄປ ທົບທວນປຶ້ມຮຽນ ຊັ້ນ ມ.6 ໃຫ້ນັກຮຽນ ອີກຕໍ່ໄປ. ທັ້ງນີ້ ເນື່ອງຈາກວ່າ ທາງກະຊວງ ໄດ້ປະກາດ ໃນທົ່ວປະເທດ ວ່າຈະມີ ການເພີ້ມຊັ້ນ ມ.7 ມາໄດ້ ລະຍະນຶ່ງແລ້ວ ແຕ່ຍັງບໍ່ມີປຶ້ມ ຄົບຖ້ວນເທື່ອ, ດັ່ງນັ້ນ ຖືວ່າ ເປັນວຽກງານ ສໍາຄັນຕົ້ນຕໍ ທີ່ທຸກຝ່າຍ ຈະຕ້ອງປະຕິບັດ ໃຫ້ສໍາເຣັດ. ເຈົ້າໜ້າທີ່ ກ່ຽວຂ້ອງກັບ ເຣື້ອງນີ້ເວົ້າວ່າ:
“ຄາດການວ່າ ເຂດທີ່ຫຍຸ້ງຍາກ ກໍໄດ້ທຸກຄົນ ແຕ່ວ່າ ເຂດທີ່ຕົວເມືອງ ກໍໃຫ້ເຂົາ ໄດ້ຊື້, ກໍພຍາຍາຍາມ ຢູ່ ນີ້ກໍໄດ້ພົບ ຜູ້ອໍານວຍການ ໂຮງພິມ ໄດ້ຖາມເພິ່ນແລ້ວ ແລະ ເພິ່ນບອກວ່າ ຈະສໍາເຣັດໄວໆນີ້ ພວກເຮົາ ກໍຈະພິມ ທັງປຶ້ມເພີ້ມຕື່ມ ແລະ ພິມປຶ້ມ ເພື່ອຂາຍ.”
ປຶ້ມຮຽນຊັ້ນ ມ.7 ທີ່ກໍາລັງພິມ ຢູ່ນີ້ ມີຫລາຍວິຊາ ທີ່ຕ້ອງໃຊ້ເວລາ ໃນການຮຽນການສອນ ໃນທົ່ວປະເທດ, ຊຶ່ງມີປຶ້ມ ວິຊາ ພາສາລາວ, ຄນິສາດ, ພາສາອັງກິດ, ພາສາຝຣັ່ງເສດ, ຊີວະ, ເຄມີ, ປວັດສາດ ເປັນຕົ້ນ. ທາງກະຊວງ ຫວັງວ່າ ຈະແລ້ວ ໃນໄວໆ ເນື່ອງຈາກວ່າ ມາເຖິງ ປັດຈຸບັນນີ້ ໃນຫລາຍໆໂຮງຮຽນ ກໍຍັງບໍ່ທັນ ມີປຶ້ມ ຄົບຖ້ວນເທື່ອ.
ເຖິງຢ່າງໃດ ກໍດີ, ສໍາລັບປຶ້ມຮຽນ ທີ່ນັກຮຽນ ຈະນໍາໃຊ້ນັ້ນ ຈະແຈກຍາຍ ແບບບໍ່ເສັຍຄ່າ ໃຫ້ແກ່ນັກຮຽນ ໃນເຂດ ຊົນນະບົດ ໃນຂນະທີ່ ໂຮງຮຽນ ໃນເຂດຕົວເມືອງນັ້ນ ຈະໄດ້ຊື້ເອງ ເພາະຖືວ່າ ຄອບຄົວ ຍັງບໍ່ເຖິງຂັ້ນ ວ່າ ທຸກຍາກຫລາຍ.
ສ່ວນການສອນ ນັກຮຽນໃນຊັ້ນ ມ.7 ໃນທົ່ວປະເທດ ຍັງພົບວ່າ ມີອຸປສັກຫລາຍຢ່າງ, ໂດຍສະເພາະ ການຂາດຄຣູ, ຂາດຫ້ອງຮຽນ, ຂາດອຸປກອນ ການຮຽນ-ການສອນ, ຊຶ່ງເຮັດໃຫ້ ໂຮງຮຽນ ມັທຍົມ ຫລາຍໆແຫ່ງ ໃນທົ່ວປະເທດ ບໍ່ສາມາດເປີດ ການສອນ-ການຮຽນ ໄດ້.
ປັດຈຸບັນ ການສໍາຣວດ ແລະ ສອບຖາມ ພາກສ່ວນກ່ຽວຂ້ອງ ດ້ານການສຶກສາ ເບື້ອງຕົ້ນ ພົບວ່າ ໃນທົ່ວປະເທດ ມີການເປີດສອນ ມ.7 ໃນໂຮງຮຽນ ຂນາດໃຫຍ່ ຫລາຍແຫ່ງ ໃນຫລາຍແຂວງ ເຊັ່ນ: ນະຄອນຫລວງ ວຽງຈັນ, ສວັນນະເຂດ, ຈໍາປາສັກ, ບໍ່ແກ້ວ, ຫລວງພຣະບາງ, ອຸດົມໄຊ, ຄໍາມ່ວນ ເປັນຕົ້ນ.