ສປປລາວ ຍັງຂາດຄຣູສອນ

ການສຶກສາ ເປັນປະເດັນນຶ່ງ ທີ່ສໍາຄັນ ຊຶ່ງຖືກນໍາ ມາປຶກສາ ຫາລືກັນ ໃນກອງປະຊຸມ ສໄມສາມັນ ຄັ້ງທີ 9 ຂອງສະພາ ແຫ່ງຊາດຊຸດ ທີ 6 ໃນວັນທີ 15 ມິຖຸນາ 2010.
ຈໍາປາທອງ
2010.06.16

ຜູ້ແທນສະພາ ທ່ານນຶ່ງ ໄດ້ສະແດງ ຄວາມເຫັນວ່າ ເຖິງແມ່ນວ່າ ການສຶກສາ ຢູ່ສປປລາວ ຈະໄດ້ມີການ ພັທນາຫລາຍຂຶ້ນ ກໍດີ ແຕ່ໃນ ປັດຈຸບັນນີ້ ຢູ່ບາງເຂດຍັງ ມີບັນຫາຂາດເຂີນ ນາຍຄຣູ:

"ແຕ່ວ່າໃນສະພາບ ປັດຈຸບັນນີ້ ມັນຍັງມີຢູ່ ບ່ອນວ່າ ຄຣູນີ້ບໍ່ພຽງພໍ ຄຣູນີ້ທີ່ບໍ່ ພຽງພໍຫັ້ນ ພວກເຮົາກໍໄດ້ ແກ້ຢູ່ບ່ອນວ່າ ເອົານັກຮຽນຈົບ ມໍ 6 ເພື່ອໄປສອນ ຢູ່ຊົນນະບົດ".

ທ່ານເວົ້າອີກວ່າ ຄຣູທີ່ໄດ້ເອົາ ໄປສອນຢູ່ ຊົນນະບົດນັ້ນ ແມ່ນໄດ້ໃຫ້ ປະຊາຊົນລ້ຽງຊ່ວຍ ບາງບ່ອນກໍທັງ ປະຊາຊົນ ແລະທັງຣັດຊ່ວຍ ແລະຈຳນວນນຶ່ງ ກໍໄດ້ເອົາເງິນ ຂອງແຂວງອອກຊ່ວຍ.

ທ່ານວ່າ ຄຸນນະພາບ ການສຶກສາ ກໍຍັງຈະຕ້ອງ ໄດ້ຮັບການ ປັບປຸງຕື່ມອີກ ຄຣູທີ່ໄປສອນ ກໍຄວນໄດ້ຮັບ ການຍົກຣະດັບ ຕ້ອງໄດ້ມີການ ຝຶກອົບຮົມ ວິຊາຄຣູ ຊຶ່ງທີ່ຜ່ານມາ ກໍມີໂຄງການ ນີ້ແລ້ວແຕ່ຍັງ ບໍ່ທົ່ວເຖິງ:

"ຈາກນີ້ຄືຄຣູ ຊັ້ນມັທຍົມນີ້ ສ່ວນຫລາຍມັນຂາດ ດ້ານວິຊານັ້ນ ດ້ານວິຊານີ້ ເປັນຕົ້ນວ່າ ວິຊາເລຂ ວິຊາທັມມະສາຕ ນີ້ກໍຍັງ ຂາດເຂີນຫລາຍ ອັນນີ້ໝາຍ ຄວາມວ່າສິ ໃຫ້ຄຸນນະພາບ ການສຶກສາສູງ ນີ້ ມັນກໍຈະຕ້ອງ ໄດ້ໃຊ້ເວລາ".

ທ່ານເວົ້າອີກວ່າ ທີ່ຜ່ານມາ ເບິ່ງພາບລວມ ຂອງວຽກງານ ການສຶກສາ ກໍຖືວ່າດີຂຶ້ນ ເຊັ່ນທາງດ້ານ ປະຣິມານ ກໍເພີ້ມຫລາຍຂຶ້ນ ກວ່າແຕ່ກ່ອນ ທັງຈຳນວນນັກຮຽນ ຈຳນວນໂຮງຮຽນ ແລະທັງຄຸນນະພາບ ແລະວ່າ ຣັຖບານ ແລະຕ່າງປະເທດ ກໍໃຫ້ການ ສນັບສນູນ ຊ່ວຍເຫລືອຫລາຍຂຶ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.