ນັກຮຽນລາວ ໄດ້ຮັບລາງວັນ ໃນສະຫະຮັຖ
2010.05.18
ທີມນັກຮຽນລາວ ໄດ້ຮັບຫລຽນທອງ ໃນການແຂ່ງຂັນ ຂແນງ ວິສວະກັມສາດ ຂັ້ນສູງ ຢູ່ທີ່ງານ ວິສວະກັມ ນາໆຊາດ ດ້ານພລັງງານຍືນຍົງ ແລະໂຄງການ ສິ່ງແວດ ລ້ອມ ທີ່ຈັດຂື້ນໃນ ສະຫະຮັຖ.
ນັກຮຽນລາວ ແຂ່ງຂັນຕາງໜ້າ ໂຮງຮຽນສອງພາສາ Eastern Star ວຽງຈັນ ຈາກຊັ້ນມັທຍົມ 9 ທັງໝົດ 4 ຄົນ ອາຍຸລະຫວ່າງ 14 ຫາ 15 ປີ ໄດ້ເຂົ້າຮ່ວມ ແຂ່ງຂັນ ຈາກວັນທີ 14 ຫາ 19 ເມສາ 2010 ຢູ່ເມືອງ Houston, Taxas ສະຫະຣັຖ ອະເມຣິກາ. ພວກຂະເຈົ້າໄດ້ ນຳເອົາການປະດິດ ເກີບທີ່ຮ້ອງວ່າ “insect savior shoes” ຫລືອາດຈະກົງກັບ ຄຳວ່າ ເກີບຊ່ວຍຊີວິດແມງໄມ້”.
ເກີບທີ່ພວກຂະເຈົ້າ ປະດິດຂື້ນມາ ຈະໃຊ້ຖ່ານຫີນ (Bateries) ຊຶ່ງຈະມີສຽງ ທີ່ສາມາດໄລ່ ແມງໄມ້ ບໍ່ໃຫ້ເຂົ້າມາໃກ້ ເພື່ອຫລີກລ້ຽງ ບໍ່ໃຫ້ຄົນຢຽບ ແມງໄມ້ ໃນເວລາດຽວກັນ ກໍຈະເກີດສັນຍານ ເຕື່ອນຜູ້ໃສ່ເກີບ ເມື່ອມີແມງໄມ້ ຫຍັບເຂົ້າມາໃກ້.
ທີມນັກຮຽນມີ ຄວາມຕື່ນເຕັ້ນດີໃຈ ທີ່ໄດ້ຮັບລາງວັນ ໃນການມາແຂ່ງຂັນ ເປັນເທື່ອທຳອິດ ແລະໄດ້ແຂ່ງຂັນ ກັບທີມທີ່ມີ ຄວາມສາມາດສູງ. ນາງພັສນີ ນຶ່ງໃນຈຳນວນ ນັກຮຽນທີ່ໄດ້ ເຂົ້າຮ່ວມແຂ່ງຂັນ ກ່າວວ່າ ພວກຂະເຈົ້າໃຊ້ ເວລາກະຕຽມ 6 ເດືອນກ່ອນຈະເຂົ້າ ມາແຂ່ງຂັນ ເປັນໂຄງການທີ່ຢາກ ໃນການຄົ້ນຄວ້າ ແລະ ປະດິດເກີບ ດັ່ງກ່າວຂື້ນມາ ຕາມການສອນຂອງ ອາຈານ.
ພວກນັກຮຽນ ທັງໝົດກ່າວວ່າ ພວກຂະເຈົ້າໄດ້ ປະສົບການ ຢ່າງຫລວງຫລາຍຈາກ ການແຂ່ງຂັນເທື່ອນີ້ ເປັນປະສົບການ ທີ່ພວກຂະເຈົ້າ ຈະນຳໄປແພ່ຜາຍ ໃຫ້ນັກຮຽນຄົນອື່ນໆ ທີ່ບໍ່ໄດ້ເຂົ້າຮ່ວມ ນໍາໃນຄັ້ງນີ້.