ການສຶກສາຂັ້ນ ມໍ 7 ຄຣູສອນເຫັນວ່າມີບັນຫາ
2010.08.24
ຜູ້ຕາງໜ້າ ນາຍຄຣູ ເຂດເມືອງປາກຊັນ ແຂວງບໍລິຄໍາໄຊ ໃຫ້ຂໍ້ມູນວ່າ ຣັຖບານລາວ ມູ້ງໝາຍໃຫ້ ຂຍາຍຣະດັບ ການສຶກສາ ໄປເຖິງຊັ້ນ ມໍ 7 ຊຶ່ງບໍ່ຮູ້ວ່າ ເຈົ້າໜ້າທີ່ ກະຊວງສຶກສາ ຜູ້ອອກແບບ ວາງແຜນ ນະໂຍບາຍ ໄດ້ສຶກສາເບິ່ງ ບັນຫາຕ່າງໆ ຢ່າງຄັກແນ່ ໜ້ອຍຫລາຍປານໃດ. ເພາະສະພາບຕົວຈິງ ປະຕິບັດ ໄດ້ຍາກ ຍ້ອນບັນຫາຕ່າງໆ ກໍຫລາຍຢູ່ແລ້ວ ໃນການພັທນາ ການສຶກສາ. ຂນາດຣະດັບ ຊັ້ນ ມໍ4 ຫາ ມໍ6 ກໍຍັງມີບັນຫາ ຂາດນາຍຄຣູ, ຂາດທັງ ງົບປະມານ ແລ້ວຈະຂຍາຍ ໄປເຖິງ ມໍ7 ຄິດວ່າ ຄົງເປັນໄປໄດ້ຍາກ. ນາຍຄຣູ ຜູ້ດຽວກັນນີ້ ກ່າວຕໍ່ໄປວ່າ:
"ມັນມີບັນຫາ ກ່ຽວກັບທາງດ້ານ ການຮຽນການສອນ ເພາະຄຣູພວກເຮົາ ຄຸນນະພາບຕໍ່າ ບ່ອນໃດໂຮງຮຽນ ມັທຍົມຕອນຕົ້ນ ທີ່ຂຶ້ນກັບຫັ້ນ ກໍບໍ່ພໍຫ້ອງຮຽນອີກ ຄືກັນ ຫ້ອງຮຽນ ແລະກໍຄຣູສອນ ແຕ່ລະວິຊາ ເພາະວ່າ ຂັ້ນມັທຍົມປີແລ້ວ ເຮົາຕັ້ງຂຶ້ນໃໝ່ ໃນບ່ອນເຂດຫ່າງໄກ ສອກຫລີກ".
ທ່ານກ່າວຕື່ມວ່າ ການຂາດຄຣູ ເປັນບັນຫາເກົ່າ ແລະແກ້ໄຂບໍ່ໄດ້ ມາແຕ່ດົນແລ້ວ ໃນລາວ ຊຶ່ງການພັທນາຄຣູ ເປັນບັນຫາຫລັກ ໃນການແກ້ໄຂ ບັນຫາ ຣະບົບການ ສຶກສາຂອງ ລາວ. ເຖິງແມ່ນວ່າ ຣັຖບານລາວ ຈະຂາດເຂີນ ງົບປະມານ ແກ້ໄຂ ແຕ່ກໍສາມາດ ມີແນວທາງພັທນາ ອາຊີພຄຣູ ໃຫ້ມີປະສິດ ທິພາບໄດ້ ແລ້ວບັນຫາອື່ນ ກໍຈະແກ້ໄຂໄດ້ດີຂຶ້ນ ຕາມລໍາດັບ.
ສໍາລັບ ຫ້ອງ ມໍ 7 ທີ່ກະຊວງສຶກສາ ໄດ້ອອກ ນະໂຍບາຍໃໝ່ ທີ່ຈະເປີດ ໃນສົກປີຮຽນ 2010-2011 ຊຶ່ງຈະເລີ່ມ ໃນວັນທີ 1 ກັນຍາ 2010 ນີ້ ແລະກໍຖືເປັນ ການເປີດຮຽນ ຄັ້ງທໍາອິດຂອງ ມັທຍົມ ສຶກສາປີທີ 7 ໃນເຂດເມືອງໃຫຍ່ ທົ່ວປະເທດລາວ ແລະຈະຂຍາຍຕໍ່ໄປ ໃນທຸກເຂດ ໃນອະນາຄົດ ຊຶ່ງທ່ານຄິດວ່າ ຈະໃຫ້ສໍາເຣັດ ໃນຂອບເຂດ ທົ່ວປະເທດນັ້ນ ເປັນໄປໄດ້ຍາກ.
ການເພີ່ມຫລັກສູດ ໃນຊັ້ນຮຽນ ມັທຍົມ ຈາກ 11 ປີເປັນ 12 ປີນັ້ນ ເປັນໄປຕາມ ແຜນ ພັທນາເສຖກິດ ສັງຄົມແຫ່ງຊາດ ຂອງ ລາວສະບັບໃໝ່ ທີ່ຕ້ອງການ ໃຫ້ບຸຄລາກອນ ສປປລາວ ມີປະສິດທິພາບ ຫລາຍຍິ່ງຂຶ້ນ.