ສູນບຳບັດ ໄດ້ໃຊ້ ຢາຖອຍພິດ ແລະ ຍາຣະງັບ ຕາມ ຄວາມສົມຄວນ
2008.05.12
ອົງການ ບຳບັດ ຜູ້ຕິດ ຢາເສບຕິດ ສົມສງ່າ ທີ່ ນະຄອນຫລວງ ວຽງຈັນ ໃຊ້ຢາ ຖອນພິດແລະ ຢາຣະງັບ ປະສາດ ໃນ ການປິ່ນປົວ ຜູ້ຕິດ ຢາເສບຕິດ, ໂດຍສເພາະ, ກັບກຸ່ມເດັກນ້ອຍ ວັຍລຸ້ນ ຜູ້ທີ່ບັນຫາ ທາງດ້ານ ສັງຄົມ ແລະ ກັບຄອບຄົວ ຜູ້ທີ່ ຫາທາງອອກ ຈາກການຕິດ ຢາເສເບຕິດ, ສ່ວນໃຫຍ່ ຈະແມ່ນ ປະເພດ ຢາບ້າ ທີ່ກຳລັງ ແຜ່ຂຍາຍ ຫລາຍ ໃນລາວ ໃນເວລານີ້, ດັ່ງເຈົ້າຫນ້າທີ່ ກ່ຽວຂອ້ງ ທ່ານນຶ່ງ ເວົ້າວ່າ:
“ບຳບັດ ກໍ່ຢູ່ ໃນຂັນຕອນ ກິນຢາ, ກິນຢາ ຖອຍພິດ. ພວກຢາມ້າ ຂະເຈົ້າ ກໍ່ປົວ ຕາມອາການ. ຖ້າວ່າ ມັນຊຶມເສົ້າ ຖ້າມັນໂວຍວາຍ ເຮົາກໍ່ຕ້ອງ ໃຊ້ຢາຣະງັບ.”
ທ່ານ ຍັງບອກ ອີກວ່າ ເດັກນ້ອຍ ວັຍລຸ້ນ ສ່ວນມາກ ອາຍຸ ຣະຫວ່າງ 18 ປີ ຂື້ນໄປ ຜູ້ທີ່ມີ ບັນຫາ ທາງດ້ານສັງຄົມ ຈາກຄອບຄອບ ທີ່ທຸກຈົນ ແລະ ຄອບຄົວ ປານກາງ ມັກຈະຕິດ ຢາເສບຕິດ ປະເພດ ຢາບ້າ ຫລາຍກວ່າ ກຸ່ມອື່ນໆ ໃນລາວ ໃນເວລານີ້. ການບຳບັດ ນອກຈາກ ການໃຊ້ ຢາຖອນພິດ ແລະ ຢາຣະງັບ ປະສາດ ແລ້ວ, ກໍ່ຕ້ອງ ໄດ້ໃຊ້ ຢາ ປົວແປງ ສພາບຈິດໃຈ ນຳອີກ. ບາງລາຍ ກໍ່ມີ ບັນຫາ ທາງດ້ານ ສຸຂພາບຈິດ ຈາກສັງຄົມ ທີ່ຕົນ ໄດ້ຮັບ ແລະ ຈາກ ຄວາມແຕກແຍກ ຂອງ ຄອບຄົວ ທີ່ ຂາດຄວາມອົບອຸ່ນ ແລະສພາບ ເສຖາກິດ ທີ່ ພວກຂະເຈົ້າ ບໍ່ມີວຽກ ເຮັດງານທຳ. ທ່ານ ກ່າວ ກ່ຽວກັບ ສາເຫດ ຂອງບັນຫາ ທີ່ ເດັກວັຍລຸ້ນ ຕິດຢາ ເສບຕິດ ວ່າ:
“ມັນມີ ຫລາຍສາເຫດ ທີ່ເຮົາເວົ້າ ບາງຄັງ ເຣື້ອງ ຢູ່ກັບຄອບຄົວ ບາງຄັ້ງ ເຣື້ອງກ່ຽວກັບ ເສຖກິດ ເຣື້ອງການຢ້າຮ້າງ ເຣື້ອງທີ່ກະທົບ ຈີດໃຈ ໃນລັກສນະ ທີ່ວ່າ ເຂົາບໍ່ມີ ທາງອອກ ກໍ່ໄປເພິ່ງ ຢາເສບຕິດ.”
ເຖີງຢ່າງໃດກໍ່ຕາມ, ບັນຫາ ຢາເສບຕິດ ໃນລາວ ມີມາ ແຕ່ດົນແລ້ວ, ໂດຍສເພາະ, ໃນ ກຸ່ມ ວັຍລຸ້ນລາວ ທ້າມກາງ ສັງຄົມ ທີ່ໃຫ້ ຄວາມນິຍົມ ທາງດ້ານ ວັດຖຸ ເປັນສ່ວນໃຫຍ່. ເດັກນ້ອຍ ລາວ ຜູ້ທີ່ ຂາດວຽກເຮັດ ງານທຳ ແລະ ຄອບຄົວ ທຸກຈົນ ສ່ວນໃຫຍ່ ຈະຖືກດຶງເຂົ້າໄປ ໃນສັງຄົມ ຂອງກຸ່ມ ອັນຕະພານ ທີ່ຈະສ້າງ ລາຍໄດ້ ແບບງ່າຍໆ, ເຊັ່ນ:ການລັກເລັກ ຂໂມຍນ້ອຍ ແລະ ການຄ້າຂາຍ ຢາເສບຕິດ ເປັນຕົ້ນ. ຣັຖບານລາວ ກໍ່ ພຍາຍາມ ໃຫ້ ການຊ່ອຍເຫລືອ ໃນ ການບຳບັດ ມາຢູ່ຕຣອດ.