ນັກທ່ອງທ່ຽວ ຫາ ຢາເສບຕິດ ໄດ້ງ່າຍ ຢູ່ ສປປລາວ

ເປັນທີ່ ເຂົ້າໃຈ ໃນ ສປປລາວ ວ່າ ນັກທ້ອງທ່ຽວ ໄວຫລຸ້ນ ມີທາງອອກ ຫາ ຍາເສບຕິດ ໄດ້ງ່າຍກວ່າ ຢູ່ ເຂດ ເມືອງວັງວຽງ ແຂວງວຽງຈັນ, ເມືອງສິງ ແຂວງຫລວງນ້ຳທາ, ເມືອງຫ້ວຍຊາຍ ແຂວງບໍແກ້ວ, ເມືອງໄກສອນ ພົມວິຫານ ແຂວງສວັນນະເຂດ ແລະ ນະຄອນຫລວງ ວຽງຈັນ ເອງ. ຜູ້ບໍຣິການ ໄກ້ສິດ ເຊັ່ນ, ຄົນຂັບລົດ ຫລື ພະນັກງານ ຮັບໃຊ້ ປະເພດ ບ້ານພັກ ຫລື ໂຮງແຮມ ເປັນຜູ້ ຕິດຕໍ່ມາໃຫ້.
ວຽງໄຊ ຣາຍງານ
2008.05.16

ຍັງມີ ນັກທ່ອງທ່ຽວ ບາງກຸ່ມ ທີ່ນິຍົມ ເຂົ້າມາ ທ່ອງທ່ຽວ ໃນເຂດ ເມືອງສຳຄັນໆ ຂອງລາວ ເພື່ອຊອກຫາ ຢາເສບຕິດ, ເຖິງວ່າ ທາງການລາວ ຈະປາບປາມ ໃນເຣື້ອງນີ້ ຢ່າງຈິງຈັງ ກໍ່ຕາມ.

ເມື່ອ ຫລາຍປີ ຜ່ານມາ, ສປປລາວ ຖືເປັນ ສວັນ ຂອງ ນັກທ່ອງທ່ຽວ ທີ່ນິຍົມ ຊອກຫາ ຢ່າເສບຕິດ ປະເພດ ຕ່າງໆ, ເປັນຕົ້ນ ແມ່ນ ກັນຊາ, ຢາຝິ່ນ ເພາະ ຊອກໄດ້ງ່າຍ ແລະ ມີ ຣາຄາຖືກ ຊຶ່ງໄດ້ ສ້າງພາບພົດ ທີ່ບໍ່ດີ ໃຫ້ແກ່ ປະເທດ. ດັ່ງນັນ, ໃນລະຍະ ຫລັງໆ ນີ້ ທາງການ ຈຶ່ງໄດ້ ສກັດກັ້ນ ບັນຫາ ດັ່ງກ່າວ ໂດຍສເພາະ ໃນເຂດ ທ່ອງທ່ຽວ ສຳຄັນ;  ແຕ່ ເຖິງປານນັ້ນ, ກໍ່ຕາມ ກໍ່ຍັງມີ ນັກທ່ອງທ່ຽວ ບາງກຸ່ມ, ບາງຈຳນວນ ທີ່ບໍ່ ເຄົາຣົບ ກົດໝາຍ ບ້ານເມືອງ ຂອງລາວ ແລະ ລັກເຂົ້າມາ ຊອກຫາ ແລະ ເສບຢາເສບຕິດ ໃນລາວ ຢູ່ ເລື້ອຍໆ,  ດັ່ງທີ່ ເຈົ້າໜ້າທີ່ລາວ ທ່ານນຶ໋ງ ກ່າວວ່າ:

“ຢູ່ທາງບໍແກ້ວ, ຢູ່ຫລວງນ້ຳທາ ແລະ ກໍ ຢູ່ທາງວັງວຽງ, ຄືໆສີ່ງ່າຍ ເພາະມັນ ຕິດກັບຊາຍແດນ ແດ່, ແລະ ມັນກໍ່ຢູ່ ໃນເຂດ ສອກຫລີກ; ແຕ່ວ່າ ໃນລະຍະ ຜ່ານມາ, ເຮົາບໍ່ມີ ການຈັບກຸມ ມີແຕ່ ກ່າວເຕືອນ ຊື່ໆ. ນໂຍບາຍ ຕໍ່ນັກທ່ອງທ່ຽວ”

ນັກທ່ອງທ່ຽວ ທີ່ລັກເຂົ້າມາ ເສບຢາ ໃນລາວ, ສ່ວນຫລາຍ ເປັນ ກຸ່ມ ວັຍໜຸ່ມ ຄະນອງ ຈາກປະເທດ ຕາເວັນຕົກ. ພວກເຂົາເຈົ້າ ຈະອາສັຍ ຄົນ ໃນທ້ອງຖິ່ນ ເປັນຕົ້ນ ຄົນນຳທ່ຽວ, ຄົນຂັບຣົຖ ຮັບຈ້າງ ແລະ ພນັກງານ ຕາມສຖານທີ່ ພັກເຊົາ ເປັນ ຜູ້ຕິດຕໍ່ ຫາຢາເສບຕິດ ໃຫ້, ຊຶ່ງພຶດຕິກັມ ດັ່ງກ່າວ ຈະມັກເຫັນ ໃນເຂດ ເມືອງວັງວຽງ ແຂວງວຽງຈັນ, ເມືອງສິງ ແຂວງຫລວງນ້ຳທາ, ເມືອງຫ້ວຍຊາຍ ແຂວງບໍແກ້ວ, ເມືອງໄກສອນ ພົມວິຫານ ແຂວງສວັນນະເຂດ,  ຕລອດຈົນ ໃນ ນະຄອນຫລວງ ວຽງຈັນ ເອງ.

ເຖິງວ່າ ທາງການລາວ ຈະພຍາຍາມ ຈັດການ ບັນຫານີ້ ຢ່າງຈິງຈັງ ປານໃດກໍ່ຕາມ, ແຕ່ ເພື່ອບໍ່ໃຫ້ເສັຍ ຊື່ສຽງ ແລະ ບັນຍາກາດ ທາງ ການທ່ອງທ່ຽວ ທາງການ ຈຶ່ງ ເຮັດໄດ້ ພຽງຍຶດຂອງກາງ ແລະ ຕັກເຕືອນ ນັກທ່ອງທ່ຽວ ຜູ້ກະທຳຜິດ ເທົ່ານັນ;  ແຕ່ຣາຍໃດ ມີປາຣິມານ ຢາເສບຕິດ ໃນຄອບຄອງ ຫລາຍ ເກີນໄປ, ກໍ່ຈະຖືກ ປັບໄໝ; ແຕ່ກໍ່ຍັງ ບໍ່ເຖິງຂັ້ນ ເຮັດໃຫ້ ນັກທ່ອງທ່ຽວ ຣາຍອື່ນໆ ຢ້ານ ກົດໝາຍລາວ ຈົນບໍ່ກ້າ ມາທ່ຽວນັ້ນ ເອງ.

ບັນຫາ ຢາເສບຕິດ ຖືເປັນພັຍ ຂົ່ມຂູ່ ຕໍ່ ຄວາມໝັ້ນຄົງ ຂອງລາວ ມາໂດຍຕລອດ ເຖິງວ່າ ລາວ ຈະຖືວ່າ ເປັນປະເທດ ທາງຜ່ານ ຂອງ ຂບວນການ ຄ້າຢາເສບຕິດ ໃນຂົງເຂດ ນີ້ ກໍ່ຕາມ, ເພາະທຸກມື້ນີ້ ມີ ຊາວໜຸ່ມລາວ ຈຳນວນ ບໍ່ໜ້ອຍ ໄດ້ຕົກ ເປັນທາສ ຂອງຢາເສບຕິດ, ຮວມໄປເຖິງ ບັນຫາ ສັງຄົມ ຕ່າງໆ ກໍ່ມີ ຕົ້ນເຫດ ມາຈາກ ຢາເສບຕິດ, ຊຶ່ງ ລ້ວນແລ້ວ ແຕ່ເຮັດໃຫ້ ລາວ ບໍ່ສາມາດ ຫລຸດຜ່ອນ ຈາກສພາບ ຄວາມທຸກຍາກ ໄດ້ຢ່າງວອງໄວ.


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.