ຊາວໜຸ່ມ ຢາກເຫັນ ການປູກຝິ່ນ ລົບລ້າງໄປ
2009.02.04
ໃນລະຍະ ຜ່ານມາ, ຣັຖບານລາວ ພະຍາຍາມ
ຢ່າງຈິງຈັງ ໃນການແກ້ໄຂບັນຫາ ການປູກຝິ່ນ ແລະ ໄດ້ຮັບຜົນສໍາເຣັດ ຢ່າງໜ້າເພິ່ງພໍໃຈ.
ເຖິງຢ່າງໃດ ກໍຕາມ, ເພື່ອເປັນການລົບລ້າງ ບັນຫານີ້ ໃຫ້ໝົດໄປ, ໂດຍສະເພາະ,
ການຊ່ອຍເຫລືອ ຊາວບ້ານ ທີ່ເຊົາປູກຝິ່ນ ໃຫ້ມີທາງເລືອກໃໝ່ ໃນການກຸ້ມຕົນເອງ
ຢ່າງໝັ້ນຄົງ.
ນາງ ປິ່ນແກ້ວ ຍິງສາວລາວ ແຂວງຫລວງພຣະບາງ ສະແດງຄວາມຄິດເຫັນ ວ່າ:
“ຖ້າເຮົາ ມີວຽກເຮັດງານທໍາ ໃຫ້ຂະເຈົ້າ ຄືວ່າ ຊອກວິຊາອາຊີບ ໃຫ້ຂະເຈົ້າ ທໍາມາຫາກິນ, ຂະເຈົ້າ ອາດຈະບໍ່ກັບໄປ ຄືເກົ່າ. ແບບວ່າ ກຸ່ມບ້ານນຶ່ງ ຕ້ອງມີຜລິຕພັນ ສິ່ງໃດສິ່ງນຶ່ງ. ຣັຖບານ ຕ້ອງມີທີ່ທໍາມາຫາກິນ ໃຫ້ປະຊາຊົນ.”
ເຖິງແມ່ນວ່າ, ໃນລະຍະ ຜ່ານມາ ຣັຖບານລາວ ໄດ້ປະສົບຜົນສໍາເຣັດ ໃນການຫລຸດຜ່ອນ ເນື້ອທີ່ປູກຝິ່ນ ແລະ ຄວບຄຸມ ການລັກປູກຝິ່ນຄືນໃໝ່ ກໍຕາມ, ສ່ວນ ການຊ່ອຍເຫລືອ ຊາວບ້ານ ຫລາຍໝື່ນຄອບຄົວ, ໂດຍສະເພາະ, ໃນເຂດແຂວງພາກເໜືອ ທີ່ເຊົາປູກໄປແລ້ວນັ້ນ ຍັງຖືວ່າ ເຮັດໄດ້ ແບບບໍ່ທົ່ວເຖິງ. ເຖິງແມ່ນວ່າ ຈະມີການຊ່ອຍເຫລືອ ເຂົ້າໄປ ແຕ່ກໍບໍ່ມີ ປະສິດທິພາບ ເພາະເງິນທຶນ ແລະ ວິຊາການ ມີໜ້ອຍ.
ກ່ຽວກັບ ກໍຣະນີ ດັ່ງກ່າວ ນາງປິ່ນແກ້ວ ຈຶ່ງຢາກເຫັນ ທາງຣັຖບານ ສືບຕໍ່ ເອົາໃຈໃສ່ ໃນການຊ່ອຍເຫລືອ ຊາວບ້ານ ທີ່ຍັງມີຄວາມຮຽກຮ້ອງ ຢູ່ນັ້ນ ໃຫ້ທັນກັບ ຄວາມຕ້ອງການ. ຖ້າຫາກວ່າ ຂະເຈົ້າ ບໍ່ມີທາງອື່ນ ໃນການທໍາມາຫາກິນແລ້ວ, ໂອກາດ ກັບຄືນ ໄປປູກຝິ່ນ ກໍມີສູງ ແລະ ຈະເປັນອຸປະສັກ ສໍາຄັນ ຕໍ່ການລົບລ້າງ ບັນຫາຝິ່ນ ໃຫ້ໝົດໄປ ຢ່າງສິ້ນເຊີງ ໃນລາວ.
ພ້ອມດຽວກັນນີ້, ທ້າວ ອ້ວນ ປັນຍາຊົນ ຄົນນຶ່ງ ໃນນະຄອນຫລວງວຽງຈັນ ໄດ້ກ່າວເຖິງ ໜ້າທີ່ ຄວນເອົາຈິງເອົາຈັງ ໃນການປາບປາມ ກຸ່ມຄ້າຂາຍ ຢາຝິ່ນອີກວ່າ:
“ພວກຄ້າຂາຍ ຖືວາ ສ່ວນນຶ່ງ
ມັນຍັງມີຢູ່ ແຕ່ຈະເຮັດໃຫ້ ມັນໝົດໂລດ ມັນກໍບໍ່ງ່າຍ, ມັນຕ້ອງມີ ແຜນຣະຍະຍາວ
ມັນຕ້ອງຫລຸດລົງ ຊໍ່າໃດ ຫລຸດລົງຊໍ່າໃດ ກໍຕ້ອງ ປາບປາມ ຄວບຄຸມ ຄືກັນ.”
ທ້າວ ອ້ວນ ກ່າວຕື່ມວ່າ ນອກຈາກ ການບັງຄັບ ໃຊ້ກົດໝາຍລົງໂທດ ກຸ່ມຄ້າຂາຍ ຢາຝິ່ນ ເພື່ອເປັນໂຕຢ່າງແລ້ວ, ຣັຖບານ ຄວນເອົາໃຈໃສ່ ໃນການບໍາບັດ ຜູ້ທີ່ຍັງຕິດຢາຝິ່ນ ຈໍານວນ ຫລາຍໝື່ນຄົນ ໃຫ້ກັບມາ ມີສຸຂພາບດີ ຄືເກົ່າ, ຮວມທັງ ການບັງຄັບ ໃຊ້ກົດໝາຍ ກັບຜູ້ທີ່ຜ່ານການບໍາບັດ ໄປແລ້ວ, ແຕ່ກັບ ມາເສບຄືນໃໝ່.