ກະແສຂ່າວ ທ້ອງຖີ່ນ ຣາຍງານ ວ່າ ໃນວັນທີ 11 ກໍຣະກະດານີ້ ເຈົ້າໜ້າທີ່ ພາສີ ສນາມບິນ ວັດໄຕ ນະຄອນຫລວງ ວຽງຈັນ ໄດ້ຮັບແຈ້ງ ຈາກພະນັກງານ ສາງຝາກເຄື່ອງ ຜູ້ໂດຍສານ ຂາອອກ ວ່າ ມີຜູ້ໂດຍສານ 2 ຄົນ ມາຝາກເຄື່ອງ ແລະ ເມື່ອຫີບເຄື່ອງ ຜ່ານ X-Ray ປາກົດວ່າ ພົບເຫັນ ເຄື່ອງຜິດປົກກະຕິ ຈໍານວນນຶ່ງ.
ໃນການເປີດຫີບ ນັ້ນ ຕໍ່ໜ້າເຈົ້າຂອງ-ຜູ້ໂດຍສານ ທັງສອງ ກໍພົບ ຢາເສບຕິດ ປະເພດ ຢາບ້າ 80 ພັນເມັດ ເປັນຫໍ່ຊຸກເຊື່ອງໄວ້ ຢູ່ໃນລໍາໂພງ 2 ໜ່ວຍ ໃນຫີບ ຈຶ່ງຄວບຄຸມຕົວ ເພື່ອໄປ ດໍາເນີນ ຄະດີ ຕາມກົດໝາຍ. ຜູ້ຕ້ອງຫາ ເປັນຊາວຈີນ ຊື່ Yu Tao Liu ອາຍຸ 38ປີ ອາຊີບ ນັກທຸຣະກິດ ແລະ Reu Xiang ອາຍຸ 20 ປີ ອາຊີບກໍາມະກອນ. ທັງສອງ ຖື passport ຈີນ.
ນີ້ ກໍເປັນຂ່າວ ການຈັບຜູ້ຕ້ອງຫາ ຊາວຕ່າງປະເທດ ທີ່ລັກລອບ ນໍາຢາເສບຕິດ ຈາກລາວ ຜ່ານທາງອາກາດ ເປັນເທື່ອທໍາອິດ ທີ່ອອກຂ່າວ ເປັນທາງການ.
ຂ່າວ ຣາຍງານ ຕື່ມວ່າ ຜ່ານການຈັດຕັ້ງ ປະຕິບັດ 4 ຄາດໝາຍ, 11 ຂະບວນການ ທີ່ກະຊວງ ປ້ອງກັນ ຄວາມສະງົບ ວາງອອກ ໃນ 6 ເດືອນ ຕົ້ນປີ 2008 ຊຶ່ງທາງ ປກສ ນະຄອນຫລວງວຽງຈັນ ນໍາມາປະຕິບັດ ມີຜົນງານ ຫລາຍດ້ານ ເຊັ່ນ ຂະບວນການ ສຸມແກ້ໄຂບັນຫາ ຄ້າ-ຂາຍ-ເສບ ຢາເສບຕິດ ໂດຍມີການຕິດຕັ້ງ ຕູ້ຮັບແຈ້ງ ເບາະແສ ກຸ່ມແກ້ງ ຜູ້ຊື້-ຂາຍ-ເສບ 11ຈຸດ. ຕິດຕາມ ກວດກາ ໄດ້ 120 ຄັ້ງ ຂຶ້ນບັນຊີ ເປົ້າໝາຍ-ກ່ຽວພັນ ເລື່ອງຢາເສບຕິດ 281 ຄົນ ເປັນຜູ້ຍິງ 59 ຄົນ.
ແຕ່ເຖິງຢ່າງໃດ ກໍດີ ຢາເສບຕິດ ປະເພດ ຢາບ້າ ຍັງມີ ການລັກລອບຂາຍ ແລະ ຫາຊື້ໄດ້ ບໍ່ຍາກ ໃນນະຄອນຫລວງ ວຽງຈັນ -ຕາມຄໍາເວົ້າ ຂອງຜູ້ຄ້າ ຢາເສບຕິດ ຊາວໄທ ຜູ້ນຶ່ງ ແລະ ວ່າ ການຈັບກຸມ ໃນລາວ ສ່ວນໃຫຍ່ ເປັນລາຍນ້ອຍ-ຂາຍຫຍ່ອຍ. ສ່ວນລາຍໃຫຍ່ ຫລື ນາຍທຶນ ຢູ່ເບື້ອງຫລັງ ບໍ່ປາກົດວ່າ ຖືກຈັບກຸມ ຫລືທໍາລາຍ ແຫລ່ງຜລິດເລີຍ.