ນາງ ວ່າ ຕັ້ງໃຈຖືພາ ເພື່ອຫລີກໂທດປະຫານ

ຜູ້ຍີງຄົນ ອັງກິດ ທີ່ຖືກກ່າວ ຫາວ່າ ພະຍາຍາມ ລັກລອບ ນໍາຢາເສບຕິດ ອອກຈາກ ປະເທດລາວ ບອກວ່າ ນາງເລີ່ມຖື ພາມານຢູ່ ໃນຄຸກລາວ ເພື່ອຫລີກລ່ຽງ ໂທດ ປະຫານຊີວິດ ຕາມຣາຍງານຂ່າວ Telegraph ວັນທີ2 ມິຖຸນາ ນີ້.

0:00 / 0:00

ຂ່າວ Telegraph ວັນທີ 2ມິຖຸນາ ນີ້ຣາຍງານວ່າ ນາງສະແມນຕາ ໂອໂຣບາຕໍຣ ຜູ້ຍິງຄົນ ອັງກິດອາຍຸ 20ປີ ຖືກຂັງຄຸກ ໃນລາວພາຍຫລັງ ທີ່ນາງຖືກຈັບ ພ້ອມຂອງກາງ ຢາເສບຕິດ ເຮໂຣອີນ 680ກຣາມ ຢູ່ສນາມບິນ ວັດໄຕ ໃນນະຄອນ ຫລວງວຽງຈັນ.

ຂ່າວ Telegraph ຂອງອັງກິດ ຣາຍງານໂດຍ ອ້າງອີງໃສ່ ຄໍາເວົ້າຂອງ ເຈົ້າໜ້າທີ່ ຕໍາຣວດລາວ ທີ່ກ່າວຕໍ່ ໜັງສືພິມ Vientiane Times ວ່ານາງ ໂອໂຣບາຕໍຣ ໄດ້ເຜີຍວ່ານາງ ໄດ້ເຮັດໃຫ້ຕົນ ເອງຖືພາມານ ໂດຍອາໃສ ນໍ້າເຊື້ອ sperm ຂອງນັກໂທດ ອີກຄົນນຶ່ງທີ່ ຖືກກັກຂັງໃນ ຄຸກໂພນຕ້ອງ ແຫ່ງດຽວກັນ ກັບນາງຊຶ່ງນັ້ນ ກໍປາກົດວ່າ ເປັນຄວາມ ພະຍາຍາມ ທີ່ຈະໃຫ້ຕົນ ພົ້ນໂທດປະຫານ ຊີວິດ.

ຕາມກົດໝາຍ ອາຍາຂອງລາວ ການມີ ເຮໂຣອີນ ໃນຄອບຄອງເກີນ 500ກຣາມ ຈະຕ້ອງໂທດ ປະຫານຊີວິດ. ໃນເບື້ອງຕົ້ນມີ ຣາຍງານວ່ານາງ ຈະປະເຊີນກັບ ໂທດປະຫານ ຫາກພົບວ່າ ນາງກະທໍາ ຄວາມຜິດຈິງ ແຕ່ພາຍລຸນມາ ກໍປາກົດວ່າ ນາງຈະພົ້ນ ໂທດນັ້ນຍ້ອນ ກົດໝາຍລາວຫ້າມ ໂທດປະຫານ ຊີວິດ ແກ່ນັກໂທດຍີງ ທີ່ຖືພາມານ. ແຕ່ເຖິງແນວໃດ ມາຮອດເວລາ ນີ້ກໍຍັງບໍ່ ເປັນທີ່ຮູ້ ແນ່ນອນເທື່ອວ່າ ພໍ່ຂອງລູກ ໃນທ້ອງນາງ ສະແມນຕາ ເປັນໃຜກັນແທ້.

ນາງ Jane ຜູ້ເປັນແມ່ກໍ ເວົ້າວ່າ ຜູ້ເປັນລູກສາວ ບໍ່ໄດ້ຖືກ ຂົ່ມຂືນແລະພໍ່ ຂອງເດັກໃນທ້ອງ ຂອງນາງ ກໍບໍ່ແມ່ນເຈົ້າ ໜ້າທີ່ຄຸກລາວ ແຕ່ຢ່າງໃດເລີຍ. ນາງສແມນຕາ ໂອໂຣບາຕໍຣ ຖືກຈັບຂັງຄຸກ ຕັ້ງແຕ່ເດືອນ ສິງຫາ ປີ2008 ຫາກແຕ່ບໍ່ເຫັນ ມີຂ່າວໃດໆ ອອກມາກ່ຽວກັບ ນາງ ຈົນກະທັງເມື່ອ ເດືອນທີ່ຜ່ານມາ ນີ້ເອງຈຶ່ງມີ ຂ່າວອອກມາ. ໃນຂ່າວນັ້ນ ໂດຍສະເພາະຂ່າວ ຈາກຕ່າງປະເທດ ມີການເນັ້ນເຖິງ ໂທດປະຫານ ຊີວິດ ແລະ ການຖືພາມານ ຂອງນາງ ຊຶ່ງຫລາຍຄົນ ໂດຍສະເພາະ ອົງການ ທີ່ເຄື່ອນໃຫວ ສນັບສນູນນາງ ນັ້ນຄາດການວ່າ ມີສາເຫດມາ ຈາກການທີ່ນາງ ຖືກຂົ່ມຂືນ ໃນຣະຫວ່າງ ຢູ່ໃນຄຸກ.

ນາງສະແມນຕາ ໂອໂຣບາຕໍຣ ຊຶ່ງເບື້ອງຕົ້ນ ມີກໍານົດ ນໍາຕົວຂຶ້ນສານ ໃນປີໜ້າແຕ່ ຫາກມີການເລື່ອນ ໃຫ້ຕັດສີນ ໄວຂຶ້ນແລະ ກໍເລື່ອນຕື່ມ 2ຄັ້ງແລ້ວ ເທົ່າເຖິງວັນນີ້ ກໍບໍ່ເປັນທີ່ ຮູ້ໄດ້ເທື່ອວ່າ ຈະມີການເລີ່ມ ພິຈາຣະນາ ຄະດີນາງ ເມື່ອໃດກັນແທ້ ແລະເປັນທີ່ ຄາດກັນວ່າ ຂໍ້ຕົກລົງແລກ ປ່ຽນນັກໂທດ ຣະຫວ່າງ ລາວກັບອັງກິດ ໃນໂອກາດທີ່ ທ່ານທອງລຸນ ສີສຸລິດ ຮອງນາຍົກ ຣັຖມົນຕຣີລາວ ໄປຢ້ຽມຢາມ ອັງກິດ ເມື່ອໄວໆມານີ້ ຈະຊ່ວຍໃຫ້ ນາງສະແມນຕາ ກັບໄປຮັບໂທດ ໄດ້ຢູ່ອັງກິດ ພາຍຫລັງສານລາວ ຕັດສີນນາງແລ້ວ.