ແຜນລົບລ້າງ ການປູກຝິ່ນ ບໍ່ໄດ້ຜົລ

ໂຄງການລົບລ້າງ ການປູກຝີ່ນ ທີ່ແຂວງ ຜົ້ງສາລີ ບໍ່ໄດ້ຜົລ ເປັນເພາະວ່າ ຊາວກະສີກອນ ປູກພືດທົດທຽນ. ໃນໂຄງການພືດ ທົດແທນ ບໍ່ໄດ້ຮັບການ ຊ່ວຍເຫລືອ ທາງດ້ານຕລາດ.

ສວນປູກຝິ່ນທີ່ຊາວລາວໃນພາກເໜືອເຄີຍປູກແລະກໍເຊົາ ມາປູກພືດອື່ນທົດແທນ
ສວນປູກຝິ່ນທີ່ຊາວລາວໃນພາກເໜືອເຄີຍປູກແລະກໍເຊົາ ມາປູກພືດອື່ນທົດແທນ (Photo: RFA)

0:00 / 0:00

ເຖີງແມ່ນວ່າ ຣັຖບານລາວ ມີນະໂຍບາຍ ສົ່ງເສີມຊາວບ້ານ ປູກພືດທົດແທນ ຈາກການປູກຝີ່ນ ຊື່ງປະຊາຊົນ ໃນເຂດບ້ານ ເປົ້າຫມາຍທີ່ ແຂວງດັ່ງກ່າວ ກໍ່ພາກັນ ປະຕິບັດຕາມ ແຕ່ປາກົດວ່າ ເມື່ອມີຜົລຜລີດ ຂື້ນມາ ເຈົ້າຫນ້າທີ່ຝ່າຍ ຕລາດກໍ່ຂາດຄວາມ ເອົາໃຈໃສ່ ຈື່ງເຮັດໃຫ້ ພວກຂະເຈົ້າ ບໍ່ສາມາດ ສົ່ງສີນຄ້າ ທີ່ຜລີດອອກໄປ ຂາຍໄດ້ ເຮັດໃຫ້ຂະເຈົ້າ ບໍ່ມີລາຍໄດ້ ສຳລັບ ລ້ຽງຄອບຄົວ.

ໃນທີ່ສຸດ ປະຊາຊົນ ບາງກຸ່ມກໍ່ຫັນ ມາປູກຝີ່ນ ກັນໃຫມ່. ດັ່ງເຈົ້າຫນ້າທີ່ ກ່ຽວຂ້ອງ ທ່ານນື່ງເວົ້າວ່າ:

ສະຖານທູດ ອາເມຣິກາ ກ່ຽວກັບວຽກງານ ຢາເສບຕິດ ຂະເຈົ້າກໍ່ເຂົ້າ ມາຊ່ອຍເຫລືອຢູ່ ແຕ່ບໍ່ແມ່ນທາງ ດ້ານການຕລາດ ເລື້ອງນີ້ມອບໃຫ້ ອຳນາດ ການປົກຄອງ ແຂວງແລະເມືອງ ເປັນຜູ້ຊອກຫາ ຕລາດ ແຕ່ວ່າກໍ່ບໍ່ ຊອກຫາຕລາດ ໃຫ້ພວກເຮົາ.

ພືດກະເສຖ ທີ່ປະຊາຊົນ ປູກທົດແທນ ການປູກຝີ່ນ ຕາມໂຄງການ ປູກພືດທົດແທນ ກໍ່ແມ່ນປະເພດ ຫມາກແຫນ່ງ ຫມາກຖົ່ວເຫລືອງ ຫມາກສາລີ ແລະໃບຊາ ທີ່ປູກໄດ້ດີ ໃນບໍຣິເວນ ດັ່ງກ່າວ ແຕ່ຂາດຕລາດ ທີ່ຈະຈຳຫນ່າຍ ຈື່ງເຮັດໃຫ້ ຂະເຈົ້າລັກ ປູກຝີ່ນໃຫມ່.

ເຈົ້າຫນ້າທີ່ທ່ານ ດຽວກັນນັ້ນກ່າວ ເພີ້ມອີກວ່າ:

ຜ່ານມາ ຈາກການລົງ ກວດສອບຕົວຈີງ ກໍ່ຖືວ່າ ຍັງມີຢູ່ ເລື້ອງການລັກລອບ ການປູກຝີ່ນ ຢູ່ໃນ ເມືອງຕ່າງໆ.

ສຳນັກງານ ຢາເສບຕິດ ແລະ ອາສຍາກັມ ອົງການສະຫະ ປະຊາຊາດ ລາຍງານເມື່ອ ວັນທີ 2 ເດືອນ ກຸມພາ ປີ 2009 ວ່າພື້ນທີ່ການ ປູກຝີ່ນ ທົ່ວປະເທດ ໃນລາວ ໃນປີ 2007 ເພີ້ມຂື້ນ 7% ຮ່ວມເນື້ອທີ່ ທັງຫມົດປະມານ 1,600 ເຮັກຕາ ສາເຫດທີ່ມີ ການກັບມາປູກ ຝີ່ນໃຫມ່ໃນລາວ ກໍ່ແມ່ນວ່າ ຣາຄາພືດ ທົດແທນ ຕົກຕ່ຳ ກວ່າ 50% ໃນທ້ອງຕລາດ ແຕ່ຣາຄາຝີ່ນ ສູງຂື້ນຫລາຍ ເທົ່າຕົວ.