ປະຊາຊົນ ແຂວງຫົວພັນ ປູກຝິ່ນ ຄືນໃໝ່ ເພື່ອແກ້ໄຂ ຄວາມທຸກຈົນ

ແຂວງຫົວພັນ ເປັນແຂວງນຶ່ງ ຂອງລາວ ທີ່ຢູ່ໃກ້ ເຂດຊອກຫລີກ ແລະຫ່າງໄກ ສຳພັດມີ ປະຊາຊົນ ເປັນຊົນຊາດ ຊົນເຜົ່າ ຫລາຍ ແລະ ຍັງທຸກຈົນ ຂາດເຂີນ. ດັ່ງ ເຈົ້າໜ້າທີ່ ແຂວງຫົວພັນ ທ່ານນຶ່ງ ໄດ້ຊີ້ແຈງວ່າ:

“​ແຂວງ​ຫົວພັນ ​ເປັນ​ແຂວງ ​ຢູ່​ພູດ​ອຍ ຫ່າງ​ໄກ ຊອກ​ຫລີກ ສະນັ້ນ ​ເງື່ອນ​ໄຂ ​ໃນ​ການພັທນາ ຊຶ່ງ​ໄປ​ຊ້າ ​ແລະ ​ພື້ນຖານ ​ໂຄງການ​ຮ່າງ ​ນັ້ນ ຍັງ​ບໍ່​ທັນ​ ຮັບປະກັນ​ ການພັທນາ​ ເສ​ຖກິດ​ ສັງຄົມ; ບັນດາ​ເຜົ່າ ​ຍັງ​ມີ​ແນວ​ຄິດ​ ດັ່ງ​ເດີມ ການ​ຫັນປ່ຽນ​ ອາຊີບ​ ຈາກ​ອັນ​ເກົ່າ​ ມາ​ເປັນອັນ​ໃໝ່ ​ໂດຍ​ສະ​ເພາະ​ ຈາກ ການ​ຜລິດ​ກະ​ແຈກ​ກະຈາຍ ມາ​ເປັນ​ ການ​ຜລິດ​​ ເປັນ​ສິນຄ້າ ຍັງ​ມີ​ຂອບ​ເຂດ​ ຈຳ​ເປັນ.”

ຍ້ອນ​ຄວາມ​ທຸກຈົນ ​ດັ່ງ​ນັ້ນ ປະຊາຊົນ​ລາວ ​ແຂວງ​ຫົວພັນ ​ຫລາຍ​ຄອບຄົວ ​ຈຶ່ງ​ພາກັນ ​ປູກ​ຝິ່ນ​ຄືນ​ໃໝ່ ຫລັງ​ຈາກ ​ຢຸດ​ມາ ​ເປັນ​ເວລາ​ ສອງ​ສາມ​ປີ. ​ຄະນະ​ ກັມມະການ​ ຄວບ​ຄຸມ ​ແລະ ​ກວດກາ​ ຢາ​ເສບ​ຕິດ​ແຫ່ງ​ຊາດ​ລາວ ​​ໄດ້​ສຳຣວດ​ເບິ່ງ ​ການ​ປູກ​ຝິ່ນ ​ຢູ່​ແຂວງ​ຫົວພັນ ​ເມື່ອ​ບໍ່ດົນ​ຜ່ານ​ມາ; ຜົນ​ປະກົດ​ວ່າ ຊາວ​ລາວ​ ໃນ​ແຂວງ​ນັ້ນ ​ເຖິງ 628 ຄອບຄົວ ​ໃນ 104 ບ້ານ ​ໄດ້​ພາກັນ ປູກ​ຝິ່ນ​ຄືນ​ໃໝ່; ພື້ນ​ທີ່ ​ປູກ​ຝິ່ນ​ເພິ້ມຂື້ນ​ ຈາກ 181 ​ເຮັກຕາຣ໌ ​ເມື່ອ​ປີ​ກາຍ ຂື້ນ​ເປັນ 310 ​ເຮັກຕາຣ໌ ​ໃນ​ປີ​ນີ້.

ທາງ​ການ​ລາວ ​ໄດ້​ປະກາດ​ ລົບ​ລ້າງ ​ການ​ປູກ​ຝິ່ນ ​ຢ່າງ​ສິ້ນ​ເຊີງ ​ເມື່ອ​ສອງ​ສາມ​ ປີ​ກ່ອນ ​ແຕ່​ເມື່ອ​ປີ​ກາຍ ຫ້ອງການ​ ຢາ​ເສບ​ຕິດ ​ແລະ ​ອາຊຍາ​ກັມ ​ສະຫະ​ ປະຊາ​ຊາດ ຣາຍງານ ວ່າ ຊາວ​ລາວ​ ຜູ້​ເຊົາ​ປູກ​ຝິ່ນ ​ໄດ້​ພາກັນ ​ລັກ​ປູກ​ຝິ່ນ ​ຄືນຫລາຍ ​​ເພາະ​ການ​ຊ່ວຍ​ເຫລືອ ​ໃນ​ໂຄງການ​ ປູກ​ພືດ​ ຢ່າງ​ອື່ນ ​ແທນ​ຝິ່ນ ກໍ​ບໍ່​ມີ​ຢ່າງ​ພຽງພໍ ​ແລະ ​ບໍ່​ທົ່ວ​ເຖິງ.