ຕຳຣວດແຂວງ ຫົວພັນ ຈັບພວກ ຄ້າຢາ ເສບຕິດ
2009.03.03
ເຈົ້າໜ້າທີ່ຕຳຣວດ ແຂວງຫົວພັນ ຈັບພວກ ຄ້າຢາເສບຕິດ ແລະ ຍຶດຢາເສບຕິດ ເຫລົ່ານີ້ໄດ້ ໃນເວລາ ເຈົ້າໜ້າທີ່ຊອກ ຄົ້ນຫາ ພວກຄ້າຢາເສບຕິດ ຢູ່ໃນເຂດ ເມືອງ ຊຳເໜືອ ແຂວງຫົວພັນ ໃນຣະຫວ່າງ ວັນອັງຄານ ແລະວັນສຸກ ເມື່ອສັບປະດາ ທີ່ຜ່ານມາ.
ເຈົ້າໜ້າທີ່ຕຳຣວດ ບໍ່ໄດ້ເປີດເຜີຍ ຣາຍລະອຽດວ່າ ພວກຄ້າຢາເສບຕິດ ນັ້ນແມ່ນ ຄົນຊາດໃດ ລາວ ຫລື ວຽດນາມ ແຕ່ເຈົ້າໜ້າທີ່ ພັດໄດ້ເປີດເຜີຍ ຣາຍຊື່ຢ່າງຄັກແນ່ ຄື ນາຍຈ່າສື່ຈ່ຽງ, ທອງມີໂທ, ວັງຊຽງວັງ, ລີວັນຊອມ, ຈຸມກາຈ່ຽງ, ຈີ່ວັງຈ່ຽງ, ຊາກຸມຊຸມ ແລະຈອມມົວລໍ. ປັດຈຸບັນ ພວກຕ້ອງຫາຄ້າ ຢາເສບຕິດ ເຫລົ່ານີ້ ກຳລັງຖືກ ກັກຂັງຢູ່ໃນ ແຂວງຫົວພັນ. ເຈົ້າໜ້າທີ່ຕຳຣວດ ແຂວງຫົວພັນ ຈະສືບສວນ ແລະສອບສວນ ພວກຄ້າ ຢາເສບຕິດ ເຫລົ່ານັ້ນ ຢ່າງຄັກແນ່ ເພື່ອຢາກຮູ້ວ່າ ພວກເຂົາເປັນ ສ່ວນນຶ່ງຂອງຂະບວນ ການການ ຄ້າຢາເສບຕິດ ຣະຫວ່າງຊາດ ຫລືບໍ່.
ລາວເປັນປະເທດ ທາງຜ່ານ ການຄ້າຢາເສບຕິດ ທາງຜ່ານການຄ້າ ຢາເສບຕິດ ເສັ້ນນຶ່ງທີ່ສຳຄັນ ກໍແມ່ນ ເສັ້ນຜ່ານພາກເໜືອ ຂອງລາວ ຈາກເຂດສາມ ຫລ່ຽມຄຳ ອອກໄປຫາພາກ ເໜືອຂອງວຽດນາມ.