ຍັງມີການ ປູກຝິ່ນ ໃນ 3 ແຂວງ ພາກເໜືອ ຂອງລາວ
2009.02.02
ເຖິງແມ່ນວ່າ ທາງການລາວ ແລະ ອົງການ ເພື່ອຕ້ານ ຢາເສບຕິດ ແລະ ອາສຍາກັມ ສະຫະປະຊາຊາດ ຫລື UNODC ໄດ້ຮ່ວມມືກັນ ເພື່ອກໍາຈັດ ການປູກຝິ່ນ ແລະ ບໍາບັດ ຜູ້ທີ່ເສບຢາເສບຕິດ ໃຫ້ໝົດໄປ ກໍຕາມ, ແຕ່ກໍຍັງມີ ຜູ້ລັກປູກ ແລະ ເສບຢາເສບຕິດ ຫລາຍພໍສົມຄວນ.
ທ່ານ ເລັກ ບຸນວັດ, ຜູ້ຕາງໜ້າ UNODC ຈາກນະຄອນຫລວງວຽງຈັນ ກ່າວເຖິງ ສະຖານະການ ຫລ້າສຸດ ກ່ຽວກັບ ການປູກຝິ່ນ ແລະ ຈໍານວນ ປະຊາຊົນ ທີ່ຍັງຕິດ ຢາຝິ່ນ ຢູ່ນັ້ນ ວ່າ:
“ທົ່ວລາວ ກໍຍັງມີ ປະມານ 12 ພັນຄົນ ທີ່ຍັງເສບ ຢາຝິ່ນຢູ່, ແຕ່ກ່ອນ 1998 ມີປະມານ 63 ພັນຄົນ ທີ່ຕິດຢາຝິ່ນ, ສ່ວນການປູກຝິ່ນ ກໍຍັງມີຢູ່ ພາຍໃນ 3 ແຂວງ ຄື ຜົ້ງສາລີ, ຫົວພັນ ແລະ ຫລວງນໍ້າທາ, ຍ້ອນວ່າ ຍັງມີຜູ້ທີ່ຕິດຝິ່ນ ຢູ່ໃນປະເທດລາວ.”
ອີກສາເຫດນຶ່ງ, ທີ່ເຮັດໃຫ້ ການຝູກຝິ່ນ ຍັງມີຢູ່ ໃນພາກເໜືອ ຂອງລາວນັ້ນ ເນື່ອງຈາກວ່າ ມີພໍ່ຄ້າ ຈາກປະເທດໃກ້ຄຽງ ຕິດຕໍ່ກັບ ປະຊາຊົນ ເພື່ອຈ້າງຂະເຈົ້າ ປູກຝິ່ນ. ເຖິງຢ່າງໃດ ກໍຕາມ, ທາງການລາວ ແລະ UNODC ພະຍາຍາມ ແກ້ໄຂ ບັນຫາ ດັ່ງກ່າວ ໂດຍການຊ່ອຍຫລຸດຜ່ອນ ບັນຫາ ຄວາມທຸກຍາກ ໃຫ້ກັບປະຊາຊົນ ທີ່ຍັງປູກຝິ່ນ ຢູ່.
ສໍາຣັບ ບັນຫາ ໃນການຊ່ອຍຍເຫລືອ ປະຊາຊົນ ທີ່ຍັງຕິດຝິ່ນ ແລະ ປູກຝິ່ນຢູ່ນັ້ນ, ເຈົ້າໜ້າທີ່ ທ່ານດຽວກັນນີ້ ເວົ້າວ່າ:
“ຍ້ອນວ່າ ຂະເຈົ້າ ຍັງມີພະຍາດ, ແຕ່ເປັນບາງຄົນ ກໍຍັງມີຢູ່ ໃນເຂດໄກໆພຸ້ນ, ແລະ ຂະເຈົ້າ ກໍບໍ່ຍອມຮັບ ການຊ່ອຍເຫລືອ ເວລາ ມີບັນຫາໂຕນີ້, ຂະເຈົ້າ ກໍຍັງຕິດຝິ່ນຢູ່.”
ເຖິງຢ່າງໃດ ກໍຕາມ, ທ່ານ ເລັກ ກ່າວໃນຕອນທ້າຍ ວ່າ ບັນຫາ ໃນເຣື້ອງນີ້ ເປັນບັນຫາ ທີ່ຕ້ອງໄດ້ຮັບການແກ້ໄຂ ເພາະມັນກໍ່ໃຫ້ເກີດ ບັນຫາທາງສັງຄົມ ແລະ ເສຖກິດ ຂອງປະເທດ. ຖ້າຫາກວ່າ ໄດ້ຮັບການຮ່ວມມື ຈາກປະຊາຊົນ ທີ່ເສບຝິ່ນ ແລະ ປູກຝິ່ນ ຢ່າງຈິງຈັງແລ້ວ, ຄາດວ່າ ຈະສາມາດຫລຸດຜ່ອນ ບັນຫາດັ່ງກ່າວໄດ້ ເປັນຢ່າງດີ.