ຫລັງຈາກ ເຈົ້າໜ້າທີ່ ຈັບໄດ້ແລ້ວແລະ ສົ່ງຕໍ່ໃຫ້ ພໍ່ແມ່ ຂອງເຂົາເຈົ້າອົບຮົມ-ສັ່ງສອນ, ແຕ່ໄວລຸ້ນ ກໍຍັງສືບຕໍ່ພາກັນ ດົມກາວອັນເຮັດໃຫ້ ສຸຂະພາບ ທາງຮ່າງກາຍ ແລະ ປະສາດ ຂອງເຂົາເຈົ້າ ເຊື່ອມເສັຍ:
"ກໍ ຍັງ ມີ ບັນຫາ ໃໝ່ ບ່ອນວ່າ ເດັກນ້ອຍ ອາຍຸ ປະມານ 15-16 ປີ ນີ້ ແລະ ເຂົາ ເຈົ້າ ດົມກາວ ທາຢາງຣົຖ . ມັນ ສີ່ ເປັນຣົຖນິຍົມ ແນວ ໃດ ກ່າ ບໍ່ ເຂົ້າ ໃຈ ແຕ່ ວ່າ ສ່ວນ ຫລາຍ ມັນ ກໍ ຢູ່ ໃນ ກຸ່ມ ໄວ ລຸ້ນ ອີ່ ສັງ ຕ່າງໆ ນີ້ ແຫລະ ."
ເຈົ້າ ໜ້າ ທີ່ ລາວ ວ່າ ເມື່ອ ພົບ ເຫັນ ເດັກນ້ອຍ ດົມ ກາວ ຜູ້ ທີ່ ມີ ສຸຂະພາບ ດ້ານ ປະສາດເ ຊື່ອມ ເສັຽ ແດ່ ແລ້ວ ກໍ ແຈ້ງ ຕໍ່ ຜູ້ ປົກຄອງ ແລະ ຄູ ສອນ ໂຮງຮຽນ ເພື່ອ ໃຫ້ ນໍາ ເອົາ ເດັກ ໄປ ປິ່ນປົວ ຊື່ ງການ ປິ່ນປົວ ນັ້ນ ໂດຍ ມາກ ກໍ ໃຊ້ ເວລາ ປະມານ 90 ວັນ :
" ແຕ່ ວ່າ ທາງ ວິຊາ ການ ແພດ ຂອງ ເຮົາ ກໍ ມີ ຄວາມ ຈໍາ ເປັນ ຢູ່ ເພາະວ່າ ສໍາລັບ ຢາ ນໍາ ໃຊ້ ປິ່ນປົວ ພວກ ດົມ ກາວ ມັນ ກໍ ຍັງ ບໍ່ ທັນ ມີ ເທື່ອ . ສ່ວນ ຫລາຍ ແລ້ວ ເຮົາ ກໍ ປົວ ໄປ ຕາມ ອາການ ຂອງ ການສະ ແດງ ອອກ ຂອງ ຜູ້ ປ່ວຍ ຄື ວ່າ ຄ້າຍໆ ໂຣກຈິດ ເຮົາ ກໍ ປົວ ໄປ ຕາມ ອາການ ຂອງ ມັນ ທີ່ ສະ ແດງ ອອກ .
ຄົນຕິດຢາເສບຕິດ ປະເພດ ດົມກາວທາຢາງຣົຖ ນີ້ກໍຄືກັນກັບ ຕິດຢາເສບຕິດ ປະເພດອື່ນໆ. ເມື່ອສູບ ເອົາກິ່ນ ຢາງກາວ ເຂົ້າໄປແລ້ວເຮັດໃຫ້ເຂົາເຈົ້າ ມີຄວາມຮູ້ສືກ ແບບບໍ່ຫ່ວງ ບໍ່ໃຍ ນໍາອີ່ຫຍັງໝົດ, ແຕ່ວ່າຜົນສະທ້ອນ ຈາກດົມກາວນີ້ ກໍຄືເຮັດໃຫ້ ສະໝອງເຊື່ອມເສັຽກາຍເປັນຄົນເສັຽຈິດ ສຸຂະພາບອອ່ນແອ ບໍ່ມັກ ເຮັດວຽກ ເຮັດງານ. ທາງການລາວ ກໍວ່າ ເຣື້ອງນີ້ ໄດ້ປືກສາ ກັບພໍ່ແມ່ ຂອງເດັກນ້ອຍ ທີ່ຕິດດົມກາວ ນີ້ຕລອດເພາະວ່າ ມັນສ້າງບັນຫາ ໃຫ້ຄອບຄົວແລະ ໃຫ້ສັງຄົມ.