ອາດີດເຈົ້າໜ້າທີ່ຕ້ານ ຢາເສບຕິດຖືກຈັບ

ອາດີດ ເຈົ້າໜ້າທີ່ ຕ້ານການຄ້າ ຢາເສບຕິດ ຂອງທາງການ ລາວ ຖືກຈັບຢູ່ ກໍາພູຊາ ຖານຄ້າ ເຮໂຣອິນ.
ຈໍາປາທອງ
2010.09.09

ຜູ້ຕ້ອງຫາ ຊຶ່ງເປັນສັນຊາດ ລາວ ອາດີດ ເຈົ້າໜ້າທີ່ຕ້ານ ການຄ້າ ຢາເສບຕິດ ຂອງທາງການ ລາວ ຖືກຈັບຢູ່ ກຳພູຊາ ຖານມີ ເຮໂຣອິນ 2 ຖົງ ນ້ຳໜັກ 764 ກຣາມ ກວ່າ.

ຫ້ອງການຕ້ານ ຢາເສບຕິດ ແຂວງ ບັດຕຳບອງ ໄດ້ສົ່ງຜູ້ກ່ຽວ ພ້ອມທັງຢາ ເຮໂຣອິນ ໄປໃຫ້ສານ ແຂວງ ແລະສານ ໄດ້ສັ່ງກັກຂັງ ຕົວຊົ່ວຄາວ. ຜູ້ຕ້ອງຫາ ຖືກຈັບ ຢູ່ບ້ານ ຣຸມເຊັກ 5 ເຂດ ສັງກາດ ໂຣທະນັກ ເມືອງບັດຕຳບອງ ໃນວັນທີ 4 ກັນຍາ 2010 ເວລາ 1ໂມງເຄິ່ງ ຕອນເຊົ້າ.

ເຈົ້າເມືອງ ໂຊ ໂສວົງ ຫົວໜ້າຫ້ອງການ ຕຳຣວດ ຕ້ານຢາເສບຕິດ ແຂວງ ບັດຕຳບອງ ເວົ້າວ່າ ເຈົ້າໜ້າທີ່ ທາງການ ກຳພູຊາ ໄດ້ຈັບຜູ້ ຕ້ອງຫາ ເປັນຄົນລາວ ມີຊື່ວ່າ ທ້າວ ສີຣິພັນ ບຸນທ່ຽງ ອາຍຸ 52 ປີ ຈາກບ້ານ ດອນກອຍ ເມືອງ ໄຊເສດຖາ ນະຄອນຫລວງ ວຽງຈັນ ປະເທດລາວ. ຈັບໄດ້ຫລັກຖານ ເປັນຂອງກາງ ຄື: ຜູ້ກ່ຽວມີຢາ ເຮໂຣອິນ 2 ຖົງ ນ້ຳໜັກ 764.1 ກຣາມ ມີໜັງສື ເດີນທາງ ຜ່ານແດນ ໝາຍເລກ P0045564 ມີບັດ ປະຈຳຕົວ 4 ໃບ ແລະຜ້າພັນຄໍ ສີນ້ຳຕານ.

ຈາກການສອບສວນ ຂອງເຈົ້າໜ້າທີ່ ຜູ້ຕ້ອງຫາ ສາຣະພາບ ວ່າ ຕົນເປັນອາດີດ ເຈົ້າໜ້າທີ່ ຫ້ອງການຕ້ານ ຢາເສບຕິດ ຂອງລາວ ແລະ ໄດ້ພົວພັນ ກັບການນຳ ຢາເສບຕິດ ຜ່ານຊາຍແດນ ແຂວງ ສະຕຣອງແຕຣງ ເຂົ້າມາ ກຳພູຊາ ຫລາຍຄັ້ງແລ້ວ ຈົນມາເຖິງ ເວລາທີ່ ຖືກຕຳຣວດ ແຂວງ ບັດຕຳບອງ ຈັບ.

ເຈົ້າໜ້າທີ່ ກຳພູຊາ ໄດ້ສົ່ງທ້າວ ສີຣິພັນ ພ້ອມດ້ວຍ ຂອງກາງໄປ ໃຫ້ສານແຂວງ ໃນວັນທີ 5 ກັນຍາ 2010 ເພື່ອດຳເນີນ ຄະດີ ຕາມຣະບຽບ ກົດໝາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.