ຖນົນຫລວງສາຍໃໝ່ ຂອງເອເຊັຍ

ຖນົນຫລວງສາຍໃໝ່ ຂອງເອເຊັຍ ຈະສົ່ງເສີມ ການຄ້າ ແລະ ການທ່ອງທ່ຽວ ໃນລາວ ໄທ ແລະ ວຽດນາມ.

0:00 / 0:00

ທາງການເຊື່ອວ່າ ຖນົນຫລວງສາຍໃໝ່ ທີ່ເສື່ອມຕໍ່ ລາວ-ໄທ ແລະວຽດນາມ ຈະເພີ້ມຂຍາຍ ການຄ້າແລະ ການທ່ອງທ່ຽວ ໃນພາກພື້ນນີ້.

ຖນົນດັ່ງກ່າວ ຕັດຜ່ານສີ່ດ່ານ ກວດຄົນເຂົ້າເມືອງ ສາກົນໃນສາມ ປະເທດ ບ່ອນນຶ່ງແມ່ນຢູ່ ແຂວງມຸກດາຫານ ປະເທດໄທ ສອງບ່ອນຢູ່ແຂວງ ສວັນນະເຂດ ສປປລາວ ແລະອີກແຫ່ງນຶ່ງ ຢູ່ໃນເຂດ ວຽດນາມ.

ທັງສາມປະເທດ ໄດ້ເຊັນເອກສານ ບັນທຶກຄວາມເຂົ້າໃຈ ເມື່ອວັນທີ 23 ສິງຫາ ປີ 2007 ເພື່ອໃຫ້ຜ່ອນຜັນ ກົດເກນການ ກວດສອບ ດ້ານຄົນເຂົ້າເມືອງ ແລະຫລັກ ການ ການຂົນສົ່ງສິນຄ້າ ຜ່ານເຂດດ່ານກວດ ຊາຍແດນ. ພິທີເປີດ ປະຕິບັດຕາມ ຂໍ້ຕົກລົງໄດ້ ເລີ້ມຂື້ນເມື່ອ ວັນທີ11 ມິຖຸນາ ປີ2009 ນີ້ຢູ່ຕາມເຂດ ດ່ານກວດ ເຂດ ຊາຍແດນ ຂອງແຕ່ລະ ປະເທດ.

ຢູ່ແຂວງມຸກດາຫານ ປະເທດໄທ ຣັຖມົນຕຣີ ຄົມມະນາຄົມໄທ ທ່ານໂສພົນ ສາຣຳ ໄດ້ເປັນປະທານ ໃນການສລອງ ການລິເລີ້ມ ຢູ່ຂົວຂ້າມນ້ຳ ຂອງມິຕພາບ ລາວໄທ.ທ່ານກ່າວໃນ ພິທີການ ສເລີມສລອງ ການເປີດ ຖນົນຫລວງສາຍ ສຳຄັນນີ້ຢ່າງ ເປັນທາງການວ່າ ຖນົນຫລວງສາຍ ນີ້ຈະສົ່ງເສີມ ການຄ້າຂຍາຍ ການຂົນສົ່ງ ແລະ ລະບົບເຄື່ອນຍ້າຍ ສິນຄ້າທີ່ ເສື່ອມຕໍ່ ທັງສາມປະເທດ.

ຣັຖມົນຕຣີ ໂຍທາແລະ ການຂົນສົ່ງລາວ ທ່ານ ສົມມາດ ພົນເສນາ ໃຫ້ຄວາມເຫັນວ່າ ຖນົນສາຍນີ້ ມີຄວາມສຳຄັນ ທີ່ສຸດສຳຫລັບ ສປປລາວ ຊື່ງເປັນປະເທດ ທີ່ບໍ່ຕິດກັບ ທະເລ.