ຣົດໄຟໜອງຄາຍທ່ານາແລ້ງ ຂາດຜູ້ໂດຍສານ

ພວກຣົຖໂດຍສານ ຕັດຄີວ ຜູ້ໂດຍສານ ຈາກການໃຊ້ ຣົຖໄຟ ແຕ່ໜອງຄາຍ ຫາທ່ານາແລ້ງ ເພື່ອເຂົ້າ ປະເທດລາວ.
ສົມເນ
2010.10.13
F-thanaleng-train ຣົຖໄຟທີ່ໃຊ້ບໍຣິການຜູ້ໂດຍສານ ຈາກໜອງຄາຍຫາທ່ານາແລ້ງ
RFA

ກົດຟັງສຽງ

ການໂດຍສານ ທາງຣົຖໄຟ ຈາກໜອງຄາຍ ໄປຫາທ່ານາແລ້ງ ນະຄອນຫລວງ ວຽງຈັນ ບໍ່ໄດ້ຮັບຜົນດີ ຕາມເປົ້າໝາຍ ທີ່ທາງການ ໄທ-ລາວ ໄດ້ຄາດໝາຍໄວ້ ຍ້ອນວ່າ ພວກຣົຖໂດຍສານ ລັດຕັດຄີວ ບໍ່ໃຫ້ຜູ້ໂດຍສານ ໃຊ້ບໍຣິການ ຣົຖໄຟ ຈາກໜອງຄາຍ ໄປຍັງລາວ.

ສາເຫດສໍາຄັນ ທີ່ເຮັດໃຫ້ ຜູ້ໂດຍສານ ບໍ່ໄດ້ໃຊ້ ບໍຣິການຣົຖໄຟ ຢ່າງເຕັມສ່ວນນັ້ນ ກໍຍ້ອນວ່າ ຜູ້ໂດຍສານນັ້ນ ບໍ່ໄດ້ຣັບ ປະຊາສໍາພັນ ຢ່າງແຈ່ມແຈ້ງ ໃນເຣື້ອງ ບໍຣິການ   ຂອງສາຍທາງຣົດໄຟ  ຈາກຝ່າຍ ລາວແລະໄທ. ພວກຣົຖໂດຍສານ ຈື່ງສວຍໂອກາດ ລັດຄີວຮັບເອົາ ຜູ້ໂດຍສານ ໃຫ້ເດີນທາງ ເຂົ້າໄປລາວ ຜ່ານທາງ ຂົວມິດຕະພາບ ທັ້ງໆທີ່ມີສາຍ ຣົຖໄຟ ຂ້າມຫາປະເທດລາວ ຢູ່ແລ້ວ. ອີກປະການນຶ່ງ ເຈົ້າໜ້າທີ່ທ້ອງຖິ່ນ ກໍບໍ່ເອົາໃຈໃສ່ ນໍາຢ່າງຈິງຈັງ. ຕາມການເປີດເຜີຽ ຂອງເຈົ້າໜ້າທີ່ ອົງການຣົຖໄຟ ແຫ່ງຊາດລາວ:

"ບັນຫາເຂົາຂາຍຕົວ ເຂົາຢາກຂາຍຮອດ ແຕ່ໜອງຄາຍ ກໍຕໍ່ວ່າເຂົາຢູ່ ຕ້ອງໃຫ້ເຂົາຂາຍ ມາຮອດວຽງຈັນ ທ່ານາແລ້ງ ຄົນຈະໄດ້ຮູ້ວ່າ ຂື້ນລວດດຽວເລີຽ ຄືຝຣັ່ງມັນບໍ່ຮູ້ ກໍຊື້ມາຮອດ ໜອງຄາຍ ມັນຕ້ອງມີຄົນ ອະທິບາຍດ້ວຍ ພວກເຮົາກໍຕ້ອງ ໄດ້ໂຄສະນາ".

ບັນຫາທັງໝົດ ທີ່ເກີດຂື້ນນີ້ ບໍ່ທັນມີຫນ່ວຍງານ ກ່ຽວຂ້ອງໃດ ເຂົ້າມາແກ້ໄຂ ຈົນເຮັດ ໃຫ້ຜູ້ໂດຍສານ ນັກທ່ອງທ່ຽວ ຂາດຂໍ້ມູນ ໃນການເດີນທາງ. ຖ້າຫາກບໍ່ມີການ ແກ້ໄຂ ກຸ່ມຣົຖໂດຍສານ ກໍຈະສ້າງບັນຫາ ໃຫ້ແກ່ນັກທ່ອງທ່ຽວ ຕໍ່ໄປເລື້ອຍໆ.

ສໍາລັບລະບົບ ການຂົນສົ່ງສິນຄ້າ ແລະ ບໍຣິການຜ່ານແດນນັ້ນ ກໍບໍ່ມີຄວາມ ກ້າວໜ້າ ແຕ່ຢ່າງໃດ ມີແຕ່ການຂຍາຍ ພື້ນທີ່ເທົ່ານັ້ນ ເພາະວ່າ ທາງຝ່າຍລາວ ຍັງຂາດ ເງິນທືນສໍາລັບ ສ້າງລະບົບສາງເກັບເຄື່ອງ ແລະ ຍັງບໍ່ມີນັກລົງທືນ ສົນໃຈສ້າງເທື່ອ. ທັງໝົດນີ້ເຮັດໃຫ້ ການໃຊ້ທາງຣົຖໄຟ ລາວ-ໄທ ບໍ່ໄດ້ເຕັມສ່ວນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.