ລາຍງານວ່າໂຄງການ ຂອງຣັຖບານລາວ ທີ່ໃຫ້ສັມປະທານ ທີ່ດິນ ແກ່ນັກລົງທືນ ຕ່າງປະເທດ ປູກຕົ້ນໄມ້ອຸດສາຫະກໍາ ໃນຫລາຍແຂວງ ຂອງລາວ ໄດ້ສ້າງຜົນກະທົບ ຕໍ່ສິດທິ ແລະ ຊີວິດການເປັນຢູ່ ຂອງປະຊາຊົນ ຢ່າງໃຫຍ່ຫລວງ. ເຊັ່ນວ່າ ທໍາລາຍ ປ່າປ້ອງກັນ ຍອດນໍ້າແລະ ປ່າຜລິດ, ທໍາລາຍ ແຫລ່ງທ່ອງທ່ຽວ ທໍາມະຊາດ, ທໍາລາຍ ແຫລ່ງຜລິດສະບຽງອາຫານ, ກວມເອົາດິນ ຂອງຣັຖແລະ ຂອງປະຊາຊົນ, ເຮັດໃຫ້ ປະຊາຊົນ ສູນເສັຽບ່ອນ ທໍາມາຫາກິນ, ທີ່ພັກອາໃສ, ແລະ ເຮັດໃຫ້ ປະຊາຊົນທຸກຍາກ ຂື້ນຕື່ມ.
ຜົນສະທ້ອນ ທີ່ເກີດຂື້ນນີ້ ແມ່ນຍ້ອນວ່າ: ການອະນຸມັດ ໃຫ້ສັມປະທານ ທີ່ດິນ ແກ່ນັກລົງທືນ ຕ່າງປະເທດ ບໍ່ມີການສໍາຣວດ ຈັດສັນ, ບໍ່ມີການກໍານົດ ເຂດປະເພດທີ່ດິນ, ບໍ່ມີການວາງແຜນ ນໍາໃຊ້ທີ່ດິນຈື່ງໄປກວມລວມ ເອົາທີ່ດິນ ປ່າສງວນແລະ ທີ່ດິນ ຂອງປະຊາຊົນ. ຍົກຕົວຢ່າງ ໂຄງການປູກຕົ້ນຢາງພາລາ ຂອງບໍຣິສັດ ວຽດນາມ ຢູ່ໃນເຂດເມືອງ ບາຈຽງ ຈະເຣີນສຸກແຂວງຈໍາປາສັກແລະ ເມືອງເລົ່າງາມແຂວງສາຣະວັນຊື່ງມີເນື້ອທີ່ ທັງໝົດ 30,200 ເຮັກຕາປະຊາຊົນ ໄດ້ສູນເສັຽ ທີ່ດິນ ໃຫ້ໂຄງການນີ້ຈໍານວນ ຫລວງຫລາຍ. ປະຊາຊົນ ໄດ້ຮັບ ການຊົດເຊີຍ ຄ່າຜົນລະປູກແລະ ທີ່ດິນ ສະເລັ່ຽ 1 ລ້ານ ກັບ 5 ແສນກີບ ຕໍ່ນື່ງ ເຮັກຕາ ຕໍ່ຄອບຄົວ.
ກ່ອນມີການໃຫ້ ສັມປະທານ ທີ່ດິນ ນັ້ນປະຊາຊົນ ໄດ້ທໍາການລ້ຽງຊີບ ດ້ວຍການປູກ ກາເຟໝາກຖົ່ວລຽນໝາກນັດສິສຽດໄມ້ສັກແລະ ອື່ນໆ. ລາຍໄດ້ ຂອງປະຊາຊົນ ຈາກການປູກກາເຟ 1 ເຮັກຕາແມ່ນ 30 ລ້ານກີບ ຕໍ່ປີ, ລາຍໄດ້ ຈາກການປູກ ໝາກຖົ່ວລຽນ 1 ເຮັກຕາແມ່ນປະມານ 80 ລ້ານກີບ ຕໍ່ປີ. ຫລັງຈາກ ປະຊາຊົນ ໄດ້ເສັຽ ທີ່ດິນໃຫ້ໂຄງການ ປູກຝັງ ຂອງຕ່າງປະເທດແລ້ວເຂົາເຈົ້າ ກໍຈໍາເປັນຕ້ອງ ເປັນລູກຈ້າງ ຂອງນັກລົງທືນ ເຮັດວຽກ ໃນສວນຢາງພາຣາຫລື ສວນກາເຟແລະ ມີລາຍໄດ້ ທີ່ບໍ່ແນ່ນອນພຽງແຕ່ 8 ແສນ ຫາ 1 ລ້ານກີບ ເທົ່ານັ້ນ.
ນັກວິຊາການ ກະຊວງ ກະສິກໍາ ແລະ ປ່າໄມ້ ເຄີຽຕັ້ງ ເປັນບັນຫາ ສົງໃສ ວ່າການປູກ ຕົ້ນຢາງພາຣາໃນເຂດພູພຽງ ບໍຣິເວນແລະ ການປູກຕົ້ນຢາງພາຣາ ໃນແຂວງສວັນນະເຂດ ແລະ ແຂວງອື່ນໆຈະໃຫ້ຜົນຜລິດ ທາງດ້ານເສຖກິດ ສູງກ່ວາ ການປູກກາເຟປູກຖົ່ວລຽນປູກໝາກກ້ວຍ ຫລື ຜົນລະປູກ ອື່ນໆທີ່ປະຊາຊົນ ເຄີຽປູກມາ ຫລືບໍ່, ອັນນີ້ ບໍ່ທັນມີ ຂໍ້ມູນສືກສາ ໄວ້ລ່ວງໜ້າ.
ໃນແຂວງຫລວງພຣະບາງ ກໍເຊັ່ນກັນໂຄງການ ສ້າງສະໜາມກອບ ແລະຣີ ຊໍ້ຂອງຣັຖບານ ແລະບໍຣິສັດ ເອກະຊົນ ຕ່າງຊາດ ໄດ້ກວມເອົາ ທີ່ດິນ ຂອງປະຊາຊົນ ໄປປະມານ 900 ເຮັກຕາ, ເທົ່າປານນີ້ ການເສັຽຄ່າ ຊົດເຊີຽ ທີ່ດິນ ໃຫ້ປະຊາຊົນ ກໍຍັງບໍ່ຖືກແກ້ໄຂ ຕາມທີ່ ລະບຽບກົດໝາຍ ບົ່ງໄວ້.