ໂຄງການພັທນາ ເຂດໂຄກສະອາດ
2010.10.28
ກົດຟັງສຽງ
ການສ້າງໂຄງຮ່າງ ເຂດອຸດສະຫະກັມ ໂຄກສະອາດ ຢູ່ເຂດ ເມືອງໄຊທານີ ແລະໄຊເສດຖາ ນະຄອນຫລວງວຽງຈັນ ຍັງເປັນໄປ ຢ່າງລ້າຊ້າຢູ່ ຍ້ອນບໍ່ມີທືນ ພຽງພໍ ແລະ ການໂຍກຍ້າຍ ປະຊາຊົນ ກໍຊັກຊ້າ ເພາະວ່າຕ້ອງ ຈ່າຍຄ່າຊົດເຊີຍ ຄວາມເສັຽຫາຍໃຫ້ ປະຊາຊົນຫລາຍບ້ານ ດ້ວຍກັນ. ຕາມການເປີດເຜີຽ ຂອງເຈົ້າໜ້າທີ່ອົງການ ທີ່ດິນແຫ່ງຊາດ:
"ຄາດໝາຍເພິ່ນກໍວ່າ ປີນີ້ແລ້ວທີ່ຈະໄດ້ ລົງມືເຮັດຫັ້ນນະ ແຕ່ວ່າມັນສີ່ໄດ້ຫລືບໍ່ ມັນກໍຍັງບໍ່ເວົ້າ ເຣື້ອງການເວນຄືນ ອັນນີ້ຍັງບໍ່ທັນຮູ້ ເພາະວ່າເພິ່ນກໍ ກະກຽມສະຖານທີ່ ຍັງບໍ່ທັນໄດ້ ຍ້ອນວ່າດິນແຖວນັ້ນ ມັນຈະຖືກ ຈໍານວນການຊົດເຊີຽ ຍັງບໍ່ທັນໄດ້ ເວົ້າວ່າເຣື້ອງນີ້ເທື່ອນະ ຢ້ານບໍ່ທັນ ຢ້ານບໍ່ງ່າຍດອກ".
ທ່ານວ່າ ໂຄງການພັທນາ ເຂດອຸດສະຫະກັມ ການຄ້າທີ່ຣັຖະບານ ມີແຜນໃຫ້ນັກລົງທືນ ຕ່າງຊາດເຂົ້າມາຕັ້ງໂຮງງານ ອຸດສະຫະກັມ ທັງໜັກແລະເບົາ ຄິດວ່າຈະມີ ການວາງ ສີລາເຣີກໃນໄວໆນີ້. ໃນຂນະດຽວກັນ ລາຍງານຂ່າວ ທາງການລາວວ່າ ການສ້າງໂຄງຮ່າງເຂດ ອຸດສະຫະກັມ ໂຄກສະອາດ ອາດຈະແລ້ວພາຍໃນ ສອງເດືອນຂ້າງໜ້ານີ້ ແຕ່ບໍ່ໄດ້ລະບຸວ່າ ໂຄງຮ່າງໂຕໃດແດ່? ໃນເຂດນີ້ມີ ໂຮງງານບໍາບັດນໍ້າໂສໂຄກ ທີ່ເກີດຈາກ ໂຮງງານ ອຸດສະຫະກັມ ຫລືບໍ? ທັງໝົດນີ້ກໍຍັງ ບໍ່ເປັນທີ່ແຈ້ງຂາວ ຕໍ່ປະຊາຊົນເທື່ອ.
ໂຄງການເຂດ ອຸດສະຫະກັມ ດັ່ງກ່າວກວມເອົາເນື້ອທີ່ ປະມານ 2,000 ເຮັກຕາໃນ 13 ບ້ານຂອງເຂດ ເມືອງໄຊທານີ ແລະ ເມືອງໄຊເສດຖາ. ລາຍງານວ່າ ມີນັກລົງທືນຕ່າງຊາດ ຕັ້ງໂຮງງານ ຂື້ນກ່ອນແລ້ວທັງໝົດ 20 ໂຮງງານ ໃນນັ້ນມີໂຮງງານ ຫລອມເຫລັກ 5 ໂຮງງານ. ປະຊາຊົນ ໃນນະຄອນຫລວງ ເວົ້າວ່າ ຖ້າຫາກວ່າເຂດ ອຸດສະຫະກັມ ໂຮງງານນີ້ຫາກ ເກີດຂື້ນແທ້ໆ ປະຊາຊົນ ຢູ່ໃນເຂດທ້ອງຖິ່ນ ຈໍານວນນື່ງ ອາດຈະມີວຽກເຮັດງານທໍາ ແຕ່ກໍເປັນຫ່ວງວ່າ ອີກປະມານ 5 ປີຂ້າງໜ້ານີ້ ເຂດອຸດສະຫະກັມ ແຫ່ງນີ້ກໍຈະກາຍ ເປັນກາງເມືອງ, ອາກາດ ຈະເຊື່ອມຄຸນນະພາບ ສິ່ງເປິເປື້ອນ ທີ່ເກີດຈາກໂຮງງານ ຈະບໍ່ມີຜົນດີຕໍ່ ສຸຂພາບ ຂອງປະຊາຊົນ, ນະຄອນຫລວງວຽງຈັນ ກໍຈະບໍ່ເປັນເມືອງ ທີ່ໜ້າຢູ່.