ຂົວຂ້າມນ້ຳຂອງແຫ່ງທີສີ່ ຍັງຂາດຜູ້ຮັບເໝົາ

ການຊອກຫາຜູ້ຮັບເໝົາ ກໍ່ສ້າງຂົວຂ້າມແມ່ນ້ຳຂອງແຫ່ງທີ4 ມີຄວາມລ່າຊ້າ ເກີນກຳນົດ.

0:00 / 0:00

ກຳນົດການວາງສີລາຣຶກ ເສົາເຂັມ ຂົວມິຕພາບລາວ-ໄທ ແຫ່ງທີ 4 ລະຫວ່າງແຂວງບໍ່ແກ້ວ ສປປລາວ ກັບແຂວງຊຽງຮາຍ ປະເທດໄທນັ້ນ ຕ້ອງໄດ້ເລື່ອນອອກໄປ ຢ່າງບໍ່ມີກຳນົດ ຍ້ອນວ່າຝ່າຍໄທ ຍັງບໍ່ທັນໄດ້ເປີດຊອງປະມູນ ໃນການຮັບເໝົາກໍ່ສ້າງ ແລະຝ່າຍລາວ ກໍມີບັນຫາ ການສັມປະທານທີ່ດິນ ທີ່ທັບຊ້ອນໃນແຂວງ ບໍ່ແກ້ວ.

ປັດຈຸບັນນີ້ທາງຝ່າຍໄທ ກໍກຳລັງຈັດຫາ ຜູ້ຮັບເໝົາກໍ່ສ້າງ ຊຶ່ງຈະໃຫ້ໄດ້ໃນໄວໆນີ້. ທ່ານ ຖາວອນ ວອນບຸນ ຮອງຫົວໜ້າໂຄງການສ້າງຂົວ ຂ້າມແມ່ນ້ຳຂອງແຫ່ງທີ 4 ເວົ້າກ່ຽວກັບເຣື້ອງນີ້ວ່າ:

"ໄດ້ເວົ້າກັບຜູ້ຣັບຜິດຊອບ ເຣື້ອງກໍ່ສ້າງຂົວ ຕອນນີ້ ຂົວເຂົາຍັງບໍ່ທັນມີ ຜູ້ຮັບເໝົາສ້າງເທື່ອ ໃນວັນທີ 11 ເດືອນມັງກອນ 2010 ເພິ່ນຈະເປີດຊອງປະມູນ ແຕ່ກໍຍັງ ບໍ່ທັນໄດ້ ຜູ້ຮັບເໝົາສ້າງ."

ບັນຫາທີ່ເຮັດໃຫ້ການ ກໍ່ສ້າງຂົວມິຕພາບ ລາວ-ໄທ ຂ້າມແມ່ນ້ຳຂອງແ ຫ່ງທີ 4 ຕ້ອງຊັກຊ້າໄປນັ້ນ ກໍຍ້ອນເຫດຫລາຍປະການ ຄືຄວາມລ່າຊ້າຂອງ ເຈົ້າໜ້າທີ່ຜູ້ ປະຕິບັດງານ, ການປ່ຽນແປງງົບປະມານ ໃນການກໍ່ສ້າງ ທີ່ຍັງສລຸບບໍ່ທັນໄດ້ ແລະອີກອັນນຶ່ງຄື ຜູ້ທີ່ຈະຍື່ນຊອງປະມູນກໍ່ສ້າງ ຫລາຍບໍຣິສັດທີ່ທໍາ ການສຳຣວດ ເບື້ອງຕົ້ນ ກໍຍັງບໍ່ທັນແລ້ວ ຈຶ່ງເຮັດໃຫ້ການປະມູນ ຕ້ອງລ່າຊ້າໄປ. ດັ່ງທ່ານ ຖາວອນ ອະທິບາຍກ່ຽວກັບ ເຣື້ອງນີ້ວ່າ:

"ບັນຫາຫລັກໆກໍຄື ກະທົບຕໍ່ການຊ່ອຍເຫລືອຫລືບໍ່ ຜູ້ໃຫ້ທຶນກໍຕ້ອງເບິ່ງ ວ່າງົບປະມານທີ່ມັນຄາດເຄື່ອນ ເປັນແນວໃດ ແລະ ກໍຄືດູສະພາບສຶກສາ ຂອງເສັ້ນທາງທີ່ ຈະປ່ຽນວ່າເປັນໄປໄດ້ບໍ່ ເພາະທີ່ຕ້ອງນັ້ນເປັນເຂົາເນາະ".

ສລຸບແລ້ວບັນຫາ ທີ່ຍັງຄ້າງຄາປັດຈຸບັນນີ້ ກໍແມ່ນທາງຝ່າຍໄທ ຕ້ອງຊອກຫາຜູ້ຮັບເໝົາ ກໍ່ສ້າງໃຫ້ໄດ້ ແລະກະວ່າຈະໃຫ້ ສຳເຣັດພາຍໃນ ກາງເດືອນມົກກະຣາ 2010. ສ່ວນທາງຝ່າຍລາວ ກໍຕ້ອງແກ້ໄຂບັນຫາ ການໃຫ້ສັມປະທານທີ່ດິນ ທີ່ທັບສ້ອນ ກ່ອນທີ່ໂຄງການສ້າງ ຂົວຂ້າມແມ່ນ້ຳຂອງແຫ່ງທີ 4 ລະຫວ່າງແຂວງ ບໍ່ແກ້ວ-ແຂວງຊຽງຮາຍ ຈະດຳເນີນໄປໄດ້.