ຂົວມິຕພາບ ລາວ-ໄທ ແຫ່ງທີສີ່
2010.01.13
ໂຄງການຈາກນັກລົງທືນໄທ ແລະເກົາຫລີໃຕ້ ປະເຊີນກັບບັນຫາ ຫລັງຈາກທີ່ ກົມທາງຫລວງໄທ ເດີນຫນ້າເປີດການປະມູນ ສ້າງຂົວຂ້າມແມ່ນ້ຳຂອງ ແຫ່ງທີສີ່ ຣະຫວ່າງແຂວງຊຽງຮາຍ ແລະບໍ່ແກ້ວ ຜ່ານກາງພື້ນທີ່ ສັມປະທານ ຂອງພວກຂະເຈົ້າໃນຝັ່ງລາວ ທີ່ມີແຜນການຈະສ້າງ ໂຮງແຮມບ້ານພັກ ແລະ ສນາມກອຟ ທີ່ຈະລົງທືນປະມານ 1,320 ລ້ານບາດ ບາງໂຄງການ ກໍ່ຈະມີການສລໍຕົວ.
ບໍຣິສັດ ເອເອຊີ Greencity ຈຳກັດ ທີ່ລົງທຶນຮ່ວມ ຣະຫວ່າງນັກລົງທຶນໄທ ແລະເກົາຫລີໃຕ້ ໄດ້ຮັບສັມປະທານ ພື້ນທີ່ 1,200ໄຮ່ ຈາກຣັຖບານລາວ ຣະຍະເວລາ 40 ປີ ແລະສາມາດຕໍ່ໄດ້ອີກ 40 ປີ ຮວມເປັນ 80 ປີ ໃນບໍຣິເວນ ສົ້ນຂົວຝັ່ງລາວ ຕາມທີ່ແຈ້ງຕໍ່ ກະຊວງໂຍທາແລະຂົນສົ່ງ ສປປລາວ ໃນວັນທີ 29 ທັນວາ ປີ 2009 ເພື່ອເຮັດເປັນເຂດ ທ່ອງທ່ຽວ ແລະສຖານທີ່ບັນເທີງ ເຊັ່ນ ກາຊີໂນ ຣີຊອທ ໂຮງແຮມບ້ານພັກ ແລະສນາມກອຟ ເພາະຄິດວ່າພື້ນທີ່ ທີ່ຈະສ້າງຂົວ ຈະບໍ່ກວມມາເຖີງ ທີ່ນີ້ ໃນທີ່ສຸດກໍ່ກວມ ມາຮອດບາງພື້ນທີ່.
ດຣ. ປີຊາ ສີງສົມມຸດ ປະທານ ບໍຣິສັດ ເອເອຊີ ກຣີນ ກ່າວວ່າ ເປັນຫນ້າເສັຽໃຈ ທີ່ກົມທາງຫລວງ ຂອງໄທ ບໍ່ຕອບສນອງ ຕໍ່ການລົງທືນ ຂອງນັກລົງທືນໄທ ໃນຕ່າງແດນແລະ ບໍ່ກັງວົນຕໍ່ຄວາມສຳພັນ ຣະຫວ່າງປະເທດ ທັ້ງໆທີ່ຕາມຫລັກການແລ້ວ ບໍ່ຈຳເປັນທີ່ຈະຂຍາບ ວົງກວ້າງຂນາດນີ້ ໃນພື້ນທີ່ການສ້າງຂົວ ຖ້າມີ ກໍ່ສາມາດປັບແບບແຜນ ໃຫ້ຄືເກົ່າໄດ້ ພວກເຮົາກໍ່ຍີນດີ ຮ່ວມມືກັບຄນະວິສວະກອນ ຂອງໄທ ຫລືບໍຣິສັດທີ່ປືກສາ ເພື່ອໃຫ້ເປັນໄປຕາມ ແນວທາງທີ່ຈະບໍ່ໃຫ້ ກະທົບ ຕໍ່ຝ່າຍໃດຝ່າຍນື່ງ ໃຫ້ເປັນໄປຕາມແນວ ທາງເດີມຫລືບໍ່ກໍ່ໃກ້ ຄຽງກັນ. ແຕ່ທີ່ນີ້ ກົມທາງຫລວງໄທ ກໍ່ບໍ່ຫົວຊາ ເຮັດໄປຕາມແຜນການ ທີ່ໄດ້ວາງໄວ້ ແລະ ກໍ່ບໍ່ຄຳນືງເຖີງ ພື້ນທີ່ ທີ່ຖືກສັມປະທານ ໄປແລ້ວ ໃນຝັ່ງລາວ.