ງານມະຫາກັມ ແຂ່ງຂັນກິລາຊີເກມສ໌ຄັ້ງທີ່ 25 ຊຶ່ງ ສປປລາວ ເປັນເຈົ້າພາບ ທີ່ຈະຈັດຂຶ້ນຢູ່ນະຄອນ ຫລວງວຽງຈັນໃນວັນທີ່ 9 –18 ທັນວານີ້ນັ້ນ ເທົ່າປັຈຈຸບັນນີ້ ກາຣກໍ່ສ້າງແລະປັບປຸງ ຕາມເສັ້ນທາງສາຍຫລັກຕ່າງໆ ເຂົ້າໄປຫາສນາມກິລາ ແຫ່ງຊາຕແຫ່ງໃໝ່ ກໍຍັງບໍ່ທັນແລ້ວ ເປັນທີ່ຮຽບຮ້ອຍເທື່ອ ອັນເປັນສາເຫຕເຮັດໃຫ້ ຊາວນະຄອນຫລວງວຽງຈັນ ເປັນຫ່ວງຢ້ານວ່າຈະບໍ່ແລ້ວ ທີ່ອາຈເປັນກາຣຂາຍ ໜ້າຂາຍຕາ ຍ້ອນກໍເປັນໄດ້.
ແຕ່ທ່ານບຸນຈັນ ສິນທະວົງ ຮອງເຈົ້າຄອງນະຄອນ ຫລວງວຽງຈັນ ຊ້ຳພັດໃຫ້ກາຣຢືນຢັນ ຕໍ່ສື່ມວລຊົນວ່າ ຈະຕ້ອງແລ້ວກ່ອນ ກາຣແຂ່ງຂັນກິລາຊີເກມສ໌ ໃນເດືອນໜ້ານີ້ຢ່າງແນ່ນອນ ເພາະຍັງແຕ່ພາກສ່ວນ ນ້ອຍໆເທົ່ານັ້ນເຊັ່ນ: ເສັ້ນທາງສະຫວ່າງ ໄປຫາດົງໂດກ ທີ່ມີຄວາມຍາວປະມານ 8.6 ກິໂລແມ໊ຕ ກໍສ້າງແລ້ວໆ 96% ພ້ອມກັບມີກາຣຕິດຕັ້ງໄຟ ແລະ ເອ້ຕາມເສັ້ນທາງເທົ່ານັ້ນ. ສ່ວນເສັ້ນທາງຈາກ 4 ແຍກດອນໜູນ ໄປຫາສນາມກິລາ ທີ່ສ້າງສຳເຣັຈ ໄປແລ້ວນັ້ນ ຍັງມີກາຣປັບປຸງໃໝ່ ພາຍຫລັງທີ່ໄດ້ຮັບ ຄວາມເສັຽຫາຍໃນຣະດູຝົນ ແລະ ກໍຍັງແຕ່ປະມານ 300ແມ໊ຕເທົ່ານັ້ນ ທີ່ຍັງບໍ່ທັນແລ້ວຄັກເທື່ອ.
ສະເພາະເສັ້ນທາງ ທີ່ສຳຄັນແຕ່ 4 ແຍກດົງໂດກໄປຍັງ ສນາມກິລາທີ່ມີ ຄວາມຍາວພຽງ 4ຫລັກເທົ່ານັ້ນ ກໍສ້າງປັບປຸງແລ້ວ ປະມານເຄິ່ງໜຶ່ງ ແລະ ໂຄງກາຣສ້າງ ທາງໂພນຕ້ອງ ຫາໂພນພະເນົາ ຮອດດົງໂດກກໍວ່າ ຈະໃຫ້ແລ້ວກ່ອນ ມື້ເປີດພິທີກາຣແຂ່ງຂັນກິລາ ຢ່າງແນ່ນອນ.
ເຖິງຢ່າງໃດກໍຕາມ ຍັງມີສຽງວິພາກວິຈາຣກັນວ່າ ກາຣເສັ້ນທາງເຂຕຫລັກ 16 ມີກາຣຊັກຊ້າຫລາຍ ເຖິງແມ່ນວ່າໄດ້ສ້າງ ເປັນທີ່ຮຽບຮ້ອຍໄປ ແລ້ວນັ້ນກໍຕາມ ແຕ່ກໍບໍ່ມີຄຸນນະພາບ ເພາະພົບເຫັນມີຮອຍແຕກແຫງ ແລະຕາບຈູນເຈືອໄປໝົດ ເໝືອນກັບວ່າມີກາຣໃຊ້ ມາດົນນານກວ່າສິບປີແລ້ວ.