ໃນການກໍ່ສ້າງ ໂຄງການສ້າງຂົວ ຂ້າມແມ່ນ້ຳຂອງ ແຫ່ງທີ 4 ຣະຫວ່າງ ແຂວງບໍ່ແກ້ວຂອງລາວ ແລະແຂວງຊຽງຮາຍຂອງໄທ ຕາມແລວເສຖກິຈ ເໜືອ-ໃຕ້ ມີ 5 ບໍຣິສັດກໍ່ສ້າງໃຫຍ່ ຍື່ນຊອງປະມູນ ແລະຈະໄດ້ມີການເປີດ ຊອງປະມູນ ໃນວັນທີ 7 ມົກກະຣາ 2010.
ຄາດວ່າຫລັງຈາກເປີດ ຊອງປະມູນ ແລະໄດ້ບໍຣິສັດ ຜູ້ຊະນະການ ປະມູນແລ້ວ ຈະໄດ້ມີການລົງນາມ ໃນສັນຍາຈ້າງ ແລະເລີ່ມລົງມືກໍ່ສ້າງ ໃນເດືອນມິນາ 2010 ໂດຍທີ່ຈະໃຊ້ເວລາ ການກໍ່ສ້າງ ໃນກຳນົດ 30 ເດືອນ.
5 ກຸ່ມບໍຣິສັດກໍ່ສ້າງໃຫຍ່ ທີ່ວ່ານີ້ ເປັນກຸ່ມບໍຣິສັດ ຮຸ້ນສ່ວນຈາກ ບໍຣິສັດໄທ ແລະ ຈີນ ອັນປະກອບດ້ວຍ ກຸ່ມຮ່ວມຄ້າ CKY3, CTN ແລະ CRS-KT ແລະກຸ່ມພັນທະມິດ SCC–MBCC ແລະຈາກ ສປປລາວ 1ບໍຣິສັດ.
ຂົວຂ້າມແມ່ນ້ຳຂອງ ແຫ່ງທີ 4 ຣະຫວ່າງແຂວງ ບໍ່ແກ້ວ ແລະແຂວງຊຽງຮາຍນີ້ ເປັນໂຄງການຮ່ວມກັນ ຣະຫວ່າງ ຣັຖບານໄທ ແລະ ຣັຖບານຈີນ ຊຶ່ງທີ່ຜ່ານມາ ກໍໄດ້ມີການລົງນາມ ໃນຮ່າງຄວາມຕົກລົງ ວ່າດ້ວຍການອອກເງິນ ສຳລັບວຽກງານການກໍ່ສ້າງ ໃນວົງເງິນຈຳນວນ 1,624 ລ້ານບາດ ໂດຍຮ່ວມກັນຮັບຜິດຊອບ ຝ່າຍລະເຄິ່ງຄື 812 ລ້ານບາດ.