ລາວປະຕິເສດຂໍ້ສເນີ ອົງກາຣອາຫາຣໂລກ

ທາງກາຣ ສປປລາວ ປະຕິເສດ ຂໍ້ສເນີ ຂອງອົງກາຣ ອາຫາຣ ແລະ ກາຣກະເສຕ ທີ່ຢາກສ້າງ ເຂຕບຶງທາຕຫລວງ ໃຫ້ເປັນສວນ ນິເວສ.
ຫວາດ ສີມູນ
2010.04.22

ທາງອົງກາຣອາຫາຣ ແລະກາຣກະເສຕ ຂອງ ສະຫະປະຊາຊາຕ ຫລື FAO ໄດ້ສເນີຂໍເຊົ່າ ເຂຕພື້ນທີ່ ບຶງທາຕຫລວງ ເພື່ອພັທນາໃຫ້ ເປັນສວນນິເວສ ແຕ່ທາງຫ້ອງ ກາຣຮັບຜິດຊອບ ໂຄງກາຣ ສັມປະທານ ໄດ້ປະຕິເສດ ພ້ອມກັບຢືນຢັນວ່າ ທາງອົງກາຣ FAO “ຂໍພື້ນທີ່ເພື່ອ ສ້າງສຳນັກງານ” ໃສ່ບໍ່ແມ່ນຂໍ ອະນຸຍາຕເພື່ອ ເຮັດສວນນິເວສ ດັ່ງທີ່ມີຣາຍ ງານຂ່າວອອກໄປ ນັ້ນແຕ່ຢ່າງໃດ:

“ອົງກາຣ FAO ເວົ້າບໍ່ຖືກກັບ ຄວາມເປັນຈິງເນາະ ອົງກາຣ FAO ວ່າຢາກມາສ້າງ ເປັນສວນນິເວສ ແຕ່ຄວາມເປັນຈິງ ອົງກາຣ FAO ຢາກມາສ້າງ ຫ້ອງກາຣອົງກາຣ FAO ຢູ່ບຶງທາຕຫລວງ ຄົນລະຄວາມໝາຍ ເນາະ ຕົວນີ້ກໍບໍ່ ອະນຸມັຕ”.

ທາງອົງກາຣ FAO ໄດ້ສເນີແນວຄິດ ໃນກາຣກໍ່ສ້າງສວນ ນິເວສ ຢູ່ບຶງທາຕຫລວງ ດັ່ງກ່າວ ແຕ່ເດືອນທັນວາ 2009 ແລະ ກໍໄດ້ປະຊຸມ ຮ່ວມໃນຂັ້ນຕົ້ນ ກັບອຳນາຈ ກາຣປົກຄອງ ນະຄອນຫລວງວຽງຈັນ ໂດຽມີ ວັຕຖຸປະສົງ ພັທນາ ເຂຕດິນແລະນ້ຳ ເພື່ອໃຫ້ມີພື້ນ ທີ່ຊຸ່ມເຢັນ ປະກອບດ້ວຍ ອາຄາຣນິເວສ ສຳນັກງານ FAO ຕລອດຮອດ ເສັ້ນທາງຍ່າງຕາມ ເຂຕພື້ນທີ່ບຶງ ທາຕຫລວງ. ແຕ່ແລ້ວ ທາງຫ້ອງກາຣຮັບ ຜິດຊອບ ກໍໄດ້ປະຕິເສດ ໂດຽໃຫ້ເຫຕຜົລ ດັ່ງກ່າວນີ້:

“ຖ້າວ່າຢາກ ຂໍເປັນຫ້ອງກາຣ ກໍຕ້ອງແຈ້ງ ຣະບຸວ່າ ຢາກຂໍເຮັດຫ້ອງກາຣ ພວກເຮົາກໍມີ ພື້ນທີ່ເຮັດຫ້ອງ ກາຣສະເພາະ ຕ່າງຫາກ ບໍ່ແມ່ນສິມາ ຢາກໄດ້ຕົວໃດ ກໍສິຊື້ເອົາ ບໍ່ແມ່ນ”.

ຢ່າງໃດກໍຕາມ ເຂຕບຶງທາຕຫລາວ ດັ່ງກ່າວ ທາງພາຄສ່ວນ ກ່ຽວຂ້ອງຂອງລາວ ໄດ້ອະນຸມັຕ ໃຫ້ສັມປະທານ ແກ່ນັກລົງທຶນ ຊາວຈີນ ເພື່ອພັທນາ ໃຫ້ເປັນ “ເມືອງຈີນ” ຕາມຂໍ້ກຳໜົດ ຣະຍະ 50 ປີ ຊຶ່ງປັຈຈຸບັນ ກຳລັງຢູ່ໃນຂັ້ນ ຕອນອອກແບບ ຊຶ່ງຄາດວ່າຄົງ ຈະມີກາຣເຣີ່ມ ລົງມືໃນໄວໆນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.