ແຂວງເຊກອງ ເຣີ່ມກໍ່ສ້າງທາງ ຫລວງໃໝ່ສາຍ 16E ອອກໄປເຖິງ ແຂວງກວາງນາມ ຂອງວຽຕນາມ ໂດຽມີຣະຍະ ທາງທັງໝົດ 345 ກິໂລແມ໊ຕ ພ້ອມມີໂຄງກາຣ ທີ່ຈະກໍ່ສ້າງ ດ່ານຊາຍແດນໃຫ້ ເປັນດ່ານສາກົລ ຣະຫວ່າງລາວແລະ ວຽຕນາມ ໂດຽສະເພາະ ເພື່ອໃຫ້ສາມາດ ຮອງຮັບ ດ້ານກາຣຂົນສົ່ງ ສິນຄ້າ ແລະກາຣຂຍາຍ ປະຕູສູ່ກາຣ ທ່ອງທ່ຽວ ໃນອະນາຄົຕ. ດັ່ງເຈົ້າໜ້າທີ່ ຫ້ອງກາຣຄົມນາຄົມ ປະຈຳແຂວງເຊກອງ ໄດ້ກ່າວວ່າ:
“16E ເຣີ່ມຕົ້ນຈາກ ປາກຊ່ອງ ແຂວງຈຳປາສັກ ໄປຮອດຕົວເມືອງ ເຊກອງ ເພາະວ່າດຽວນີ້ ກຳລັງບຸກເບີກ ເສັ້ນທາງເຂົ້າ ໄປສູ່ ວຽຕນາມ ຖ້າທະລຸເສັ້ນທາງ ໂຕນີ້ຊອດແລ້ວ ກໍຖືວ່າ ສະດວກ”.
ພ້ອມດຽວກັນນີ້ ທ່ານກໍວ່າ ເສັ້ນທາງຫລວງສາຍ 16E ດັ່ງກ່າວ ໄດ້ເຣີ່ມດຳເນີນ ກາຣກໍ່ສ້າງມາ ແຕ່ຕົ້ນປີ 2009 ແລະຄາດວ່າຄົງ ຈະແລ້ວສຳເຣັຈ ພາຍໃນທ້າຍປີ 2012 ຊຶ່ງກໍ່ຍິ່ງຈະ ເປັນກາຣສ້າງຄວາມ ສະດວກໃຫ້ແກ່ ປະຊາຊົນ ໃນກາຣຂົນສົ່ງ ສິນຄ້າຈາກພື້ນທີ່ ໄປຍັງວຽຕນາມ.
ນອກຈາກນັ້ນ ທາງກາຣລາວກໍ ໝັ້ນໃຈວ່າ ເສັ້ນທາງດັ່ງກ່າວ ຍັງຈະເປັນກາຣ ຊ່ວຍສຳຫລັບ ເຍົາວະຊົນລາວ ອອກໄປສູ່ກາຣ ສຶກສາ ແລະ ຫາວຽກເຮັດງານທຳ ໃຫ້ໄດ້ດີກວ່າເກົ່າ ຕລອດຮອດກາຣ ສົ່ງເສີມດ້ານ ທຸຣະກິຈກາຣ ທ່ອງທ່ຽວຈາກແຂວງ ອຸບົລຣາຊທານີ ຂອງໄທຽ ໄປເຖິງວຽຕນາມ.
ໃນຂະນະດຽວ ກັນນັ້ນ ກໍຍິ່ງຈະເປັນ ກາຣສ້າງຄວາມ ສະດວກໃນ ໂຄງກາຣພັທນາ ເຂຕສາມຫລ່ຽມ ມໍຣະກົຕຂອງລາວ ກັມພູຊາ ແລະວຽຕນາມ ຊຶ່ງປັຈຈຸບັນ ກໍກຳລັງ ພັທນາບຸຄຄລາກອນ ແລະ ກາຣຂຍາຍໂຮງແຮມ-ເຮືອນພັກ ພ້ອມອຳນວຍ ຄວາມສະດວກ ຣະຫວ່າງເຈົ້າໜ້າທີ່ ກັບນັກທ່ອງທ່ຽວ ໃນແຕ່ລະ ພື້ນທີ່ນຳດ້ວຍ.