ບັນຫາການຈັດສັນ ທີ່ດິນສວັນນະເຂດ
2010.05.10
ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ຜແນກກະສິກັມ ແລະປ່າໄມ້ແຂວງ ສວັນນະເຂດ:
"ບາງພື້ນທີ່ ມັນບໍ່ແຈ້ງເນາະ ໃບອອກນໍາໃຊ້ ສິດຫັ້ນນະ ບາງປະຊາຊົນ ມັນກໍໄປຈອງມັນ ເຂົາຈອງໄວ້ ແຕ່ມັນຍັງບໍ່ທັນ ມີເອກກະສານ ກໍຍັງມີບັນຫາຢູ່ ບາງບໍຣິສັດ".
ບັນຫາດັ່ງກ່າວ ສ່ວນໃຫຍ່ແລ້ວ ຈະເກີດຂຶ້ນກັບ ໂຄງການລົງທຶນ ປູກພືດອຸດສາຫະກັມ ຕ່າງໆ ທີ່ທາງບໍຣິສັດ ຕ້ອງການພື້ນທີ່ ເປັນຈໍານວນຫລວງຫລາຍ ບໍ່ວ່າຈະເປັນ ໂຄງການ ປູກຢາງພາລາ ປູກມັນຕົ້ນ ປູກຕົ້ນວິກ. ບັນຫາທີ່ເກີດຂຶ້ນ ຄືຫລັງຈາກ ກະຊວງກະສິກັມ ສໍາຣວດພື້ນທີ່ ໃຫ້ທາງບໍຣິສັດ ແລ້ວແຕ່ທາງ ບໍຣິສັດ ກໍບໍ່ສາມາດ ບຸກເບີກໄດ້ ເພາະທີ່ດິນນັ້ນ ເປັນພື້ນທີ່ຈັບຈອງ ຂອງຊາວບ້ານ ຊຶ່ງຖ້າມີບັນຫາ ເກີດຂຶ້ນ ທາງອົງການທີ່ດິນ ກໍຈະເປັນຜູ້ ມາວັດແທກ ແລະອອກໃບຕາດິນ ໃຫ້ທາງ ບໍຣິສັດ. ເຈົ້າໜ້າທີ່ຜແນກ ກະສິກັມ ແລະປ່າໄມ້ແຂວງ ສວັນນະເຂດ ກ່າວວ່າ:
"ດຽວນີ້ ກໍເປັນບັນຫາ ຢູ່ເນາະ ເພາະວ່າຣັຖ ຈະຕ້ອງໄດ້ເບິ່ງ ຕ້ອງໄດ້ຊອກຫາ ດິນເນື້ອທີ່ ທີ່ວ່າມັນ ບໍ່ມີຂໍ້ຂັດແຍ່ງ ກັບປະຊາຊົນ ບ່ອນໃດທີ່ມີ ຂໍ້ຂັດແຍ່ງກັບ ປະຊາຊົນ ແລ້ວ ເພິ່ນຈະເວັ້ນອອກ ສ່ວນຫລາຍແລ້ວ ເພິ່ນກໍບໍ່ໃຫ້ ມີບັນຫາປົກ ກະທົບກັບປະຊາຊົນ ຖ້າວ່າມີດິນ ປະຊາຊົນ ເພິ່ນກໍຈະໂຈະກ່ອນ ຕ້ອງຊອກຫາ ບ່ອນໃໝ່".
ການຈັດສັນ ທີ່ດິນ ພາຍໃນແຂວງ ສວັນນະເຂດ ຍັງບໍ່ທັນລະອຽດ ເຮັດໃຫ້ບໍ່ສາມາດ ບອກໄດ້ ຢ່າງຈະແຈ້ງວ່າ ຍັງມີພື້ນທີ່ ເຫລືອຫລາຍພຽງໃດ ແຕ່ຄິດວ່າ ຍັງມີພຽງພໍ ໃຫ້ນັກລົງທຶນ ສາມາດ ໄດ້ລົງທຶນຢູ່ ແຕ່ກໍບໍ່ຫລາຍ ຄືກັນກັບເມື່ອກ່ອນ. ຖ້ານັກລົງທຶນ ຕ້ອງການປະມານ 100-200 ເອັກຕາຣ ກໍຖືວ່າມີຄວາມ ເປັນໄປໄດ້ຢູ່.