ປະຊາຊົນ ບຶງທາດຫລວງ ບໍ່ຢາກຍ້າຍ ອອກຈາກ ພື້ນທີ່
2009.03.04

ບັນຫາ ທີ່ທາງການລາວ ຕ້ອງການເອົາດິນ ປະຊາຊົນ ຢູ່ເຂດ ບຶງທາດຫລວງ ໃນນະຄອນຫລວງ ວຽງຈັນ ຂອງລາວ ໃຫ້ບໍລິສັດຈີນ ສ້າງເປັນເຂດ ເສດຖະກິດໃໝ່ ຍ້ອນວ່າ ບໍລິສັດດັ່ງກ່າວ ໄດ້ຊ່ວຍສ້າງສະໜາມ ກິລາແຫ່ງຊາດ ໃຫ້ໃໝ່ ຫລືເວົ້າອີກຢ່າງ ນຶ່ງວ່າ ເປັນການແລກ ປ່ຽນຜົນປະໂຫຍດ ໃຫ້ຈີນນັ້ນ ມາຮອດປັດຈຸບັນນີ້ ກໍຍັງ ເປັນບັນຫາ ທີ່ບໍ່ທັນສາມາດ ແກ້ໄຂໄດ້ ຍ້ອນວ່າ ມີປະຊາຊົນ ຈຳນວນນຶ່ງ ທີ່ຢູ່ໃນພື້ນທີ່ນັ້ນ ໄດ້ຮັບຜົນກະທົບ ທີ່ຈະຕ້ອງໄດ້ ຍົກຍ້າຍ ແຕ່ບໍ່ຢາກຍົກຍ້າຍ.
ຍານາງ ແສງແກ້ວ ຄຳບັນນາ ຕົວແທນປະຊາຊົນ ໃນເຂດ ບຶງທາດຫລວງ ກ່າວກ່ຽວກັບເລື່ອງ ດັ່ງກ່າວ ຕໍ່ຊື່ມວນຊົນວ່າ:
ຍັງ ຍັງບໍ່ໄດ້ເຮັດ ເພາະວ່າ ປະຊາຊົນ ບໍ່ທັນຢາກປານໃດ ບໍ່ຢາກອອກຈາກ ບ່ອນນັ້ນ ເພາະວ່າ ມັນເປັນແຫລ່ງທຳມາ ຫາກິນຂອງ ເຂົາເນາະ ຄົນລາວແທ້ເຂົາ ບໍ່ຍາກ ປານໃດແລ້ວເນາະ ເຂົາກໍບໍ່ ໄດ້ລົມກັນ ອີ່ຫຍັງດອກ ມີແຕ່ຜູ້ໃດ ທີ່ອ່ານໜັງສື ເຂົາກໍຮູ້ ກັບປະຊາຊົນ ທີ່ຢູ່ບໍລິເວນ ແຖບບຶງ ທາດຫລວງ ເຂົາເຈົ້າຮູ້.
ຍານາງ ວ່າ ສະພາບຄວາມ ຂັດແຍ່ງ ລະຫວ່າງ ປະຊາຊົນ ກັບຣັດຖະບານ ກ່ຽວກັບບໍລິເວນ ພື້ນທີ່ ບືງທາດຫລວງນັ້ນ ຍັງບໍ່ມີ ຄວາມຈະແຈ້ງ ມີຫລາຍກະແສ ຂ່າວວ່າ ຣັດຖະບານລາວ ອາດຈະ ເຮັດໃຫ້ທີ່ດິນ ບໍລິເວນດັ່ງກ່າວ ມີຄວາມຈະ ແຈ້ງຂື້ນ ພາຍຫລັງ ການແຂ່ງຂັນ ກິລາ ຊີເກມ 2009 ສຳເລັດ ຕາມຂໍ້ຕົກລົງ ທີ່ຣັດຖະບານລາວ ໄດ້ໃຫ້ໄວ້ກັບ ບໍລິສັດຈີນ ເປັນການຕອບແທນ ທີ່ຈີນ ໃຫ້ການຊ່ວຍເຫລືອ ຫລືຕາມເງື່ອນໄຂ ຂອງຈີນ ກ່ອນທີ່ຈີນ ຈະສ້າງສະໜາມກິລາ ແຫ່ງໃໝ່ໃຫ້. ຕາມຂ່າວວ່າ ຣັດຖະບານ ຈະຊົດເຊີຍ ປະຊາຊົນ ທີ່ໄດ້ຮັບຜົນ ກະທົບຈາກການ ຍົກຍ້າຍນັ້ນ ດ້ວຍ 2 ຮູບແບບ ຄື ຊົດເຊີຍ ເປັນເງິນທັງໝົດ ແລະຊົດເຊີຍເປັນ ເຮືອນປຸກສ້າງໃໝ່ ຢູ່ໃນ ເຂດຕົວເມືອງ ພ້ອມກັບເງິນ ອີກຈຳນວນນຶ່ງ.