ສນາມບິນປາກເຊ ຕ້ອງສ້າງໃໝ່

ສນາມບິນ ເມືອງປາກເຊ ຕ້ອງໄດ້ຮື້ຖີ້ມ ເພາະກາຣກໍ່ສ້າງ ບໍ່ໄດ້ມາຕຖານ.

0:00 / 0:00

ທາງກາຣລາວວ່າ ກາຣພັທນາ ປັບປຸງ ທາງແລ່ນຂຶ້ນລົງ ຫລື Runway ຂອງສນາມບິນ ເມືອງປາກເຊ ແຂວງຈຳປາສັກ ຍັງມີກາຣຫລ້າຊ້າ ແລະ ເລື່ອນເປີດກາຣ ໃຫ້ບໍຣິກາຣ ມາແລ້ວ 3 ຄັ້ງດ້ວຍກັນ ຍ້ອນມີກາຣ “ປູທັບ” ທີ່ບໍ່ໄດ້ມາຕຖານ ຈຶ່ງຕ້ອງໄດ້ມີ ກາຣຮື້ຖີ້ມ ເພື່ອປູໃໝ່- ຕາມກາຣຣາຍງານ ຂອງໜັງສືພິມ ຜູ້ຈັດກາຣ ຣາຍວັນໄທຽ ໃນມື້ວັນທີ່ 25 ເມສານີ້.

ກ່ຽວກັບເຣື່ອງນີ້ ທ່ານຍາກົວ ລໍປາງກາວ ອະທິບໍດີກົມ ກາຣບິນພົລເຮືອນ ກະຊວງ ໂຍທາທິກາຣ ແລະຂົນສົ່ງ ສປປລາວ ໄດ້ແຈ້ງວ່າ: ສນາມບິນປາກເຊ ກຳລັງມີກາຣ ປັບປຸງໃໝ່ ແລະຢູ່ໃນຂັ້ນ ສຸດທ້າຍ ພາຍຫລັງທີ່ມີ ກາຣຫລ້າຊ້າ ຍ້ອນກາຣປູທັບ ບໍ່ເປັນໄປຕາມ ມາຕຖານ ແຕ່ກໍເຊື່ອວ່າ ຄົງຈະສ້າງສຳເຣັຈ ເປັນທີ່ຮຽບຮ້ອຍ ພາຍໃນ ທ້າຍປີ 2010 ນີ້.

ທາງໜັງສືພີມ ໄດ້ແຈ້ງເພີ່ມວ່າ ກາຣພັທນາປັບປຸງ ດ້ວຍກາຣຕໍ່ທາງ ແລ່ນຂຶ້ນລົງອອກ ໄປຕື່ມຈາກ 1,650 ແມ໊ຕ ໃຫ້ເປັນ 2,400 ແມ໊ຕ ແລະຕໍ່ ຄວາມກວ້າງຈາກ 36 ແມ໊ຕ ໃຫ້ເປັນ 45 ແມ໊ຕ ຊຶ່ງໄດ້ເຣີ່ມແຕ່ ເດືອນມີນາ 2008 ເປັນຕົ້ນມາ.

ກາຣຊ່ວຍເຫລືອ ດັ່ງກ່າວແມ່ນທາງ ຣັຖບາລໄທຽ ໃຫ້ກາຣຊ່ວຍເຫລືອ ທັງໝົດ 330 ລ້ານບາທ ຊຶ່ງເປັນເງິນກູ້ຢືມ ດອກເບັ້ຽຕໍ່າ ໃນຣະຍະຍາວ 70% ແລະເປັນກາຣ ຊ່ວຍເຫລືອລ້າ 30% ໂດຽແມ່ນບໍຣິສັທ ອີຕາລຽນໄທຽ ເປັນຜູ້ຮັບເໝົາ, ແຕ່ກໍມີສຽງ ວິພາກວິຈານ ກັນວ່າ ກາຣສ້າງສາ ແລະປັບປຸງບໍ່ໄດ້ ມາຕຖານ ຈຶ່ງຕ້ອງມີກາຣຮື້ ແລະປັບປຸງໃໝ່ ດັ່ງກ່າວນີ້.

ນອກຈາກນີ້ ທາງໜັງສືພິມ ຍັງໄດ້ແຈ້ງອີກວ່າ ຍັງມີບໍຣິສັທ ຂອງໄທຽ ທີ່ຮັບເໝົາກາຣ ສ້າງທາງຫລາຍແຫ່ງ ໃນປະເທສ ເພື່ອນບ້ານ ທີ່ບໍ່ໄດ້ຕາມ ມາຕຖານ ເຊັ່ນກັນ ດັ່ງຕົວຢ່າງທາງ ຍຸທສາຕສາຍ R3a ຈາກເຂຕເມືອງ ຫ້ວຍຊາຍ ໄປຫາເຂຕວຽງພູຄາ ທີ່ຖືກສ້າງແລະ ເປີດໃຊ້ບໍຣິກາຣ ບໍ່ພໍເທົ່າໃດ ເດືອນກໍເພພັງໄປ ເຊັ່ນດຽວກັບ ກາຣສ້າງທາງຈາກ ເຂຕເກາະກົງ-ສເຣຍ໌ ອັມເບລ ໃນກັມພູຊາ ທີ່ຖືກສ້າງ ບໍ່ໄດ້ມາຕຖານ ເຊັ່ນກັນ.