ເຈົ້າໜ້າທີ່ ເຄຫາຜນັງເມືອງ ຜແນກ ໂຍທາທິການ ແລະຂົນສົ່ງ ແຂວງຫລວງພຣະບາງ ກ່າວວ່າຂນະນີ້ ກໍາລັງມີການ ໂຍກຍ້າຍ ປະຊາຊົນທີ່ ໄດ້ຮັບ ຜົລກະທົບຈາກ ການຂຍາຍສນາມບິນ ຫລວງພຣະບາງ ທີ່ຈະຕ້ອງໂຍກຍ້າຍ ອອກໃຫ້ແລ້ວ ພາຍໃນ ເດືອນມິຖຸນາ 2010 ນີ້:
"ກໍາລັງໂຍກຍ້າຍ ປະຊາຊົນ ກໍາລັງປັບພື້ນທີ່ ແລ້ວຍ້າຍອອກໄປ 4-5 ຄອບຄົວແລ້ວ ຢູ່ກົງກັນຂ້າມ ກັນຫັ້ນແຫລະ ມໍ່ຂ້າງຄຽງກັນ ຫັ້ນແຫລະ ຕາມແຜນແລ້ວໝົດ ເດືອນຫົກ ໃຫ້ໂຍກຍ້າຍ ໃຫ້ແລ້ວໝົດ".
ທ່ານກ່າວຕື່ມວ່າ ການຈ່າຍຄ່າ ຊົດເຊີຍ ໃຫ້ປະຊາຊົນ ທີ່ໄດ້ຮັບ ຜົລກະທົບ ກໍກໍາລັງ ດໍາເນີນການເຊັ່ນກັນ. ນອກຈາກການຈ່າຍ ຄ່າຊົດເຊີຍ ແລະການປັບພື້ນທີ່ ແຫ່ງໃໝ່ແລ້ວ ທາງເຈົ້າໜ້າທີ່ ຕ້ອງສ້າງຄວາມເຂົ້າໃຈ ໃຫ້ປະຊາຊົນ ທີ່ໄດ້ຮັບ ຜົລກະທົບ ເຖິງຄວາມຈໍາເປັນ ທີ່ຕ້ອງໄດ້ ໂຍກຍ້າຍ.
ປະຊາຊົນ ສ່ວນໃຫຍແລ້ວ ບໍ່ມີບັນຫາ ພຽງແຕ່ຕ້ອງການ ໃຫ້ສະຖານທີ່ ແຫ່ງໃໝ່ມີ ໂຄງຮ່າງພື້ນຖານ ມີນໍ້າປະປາ ມີໄຟຟ້າ ເຂົ້າເຖິງ ຊຶ່ງທາງຣັຖບານ ກໍໄດ້ດໍາເນີນ ການຢູ່ແລ້ວເຊັ່ນກັນ. ສ່ວນຄວາມຄືບໜ້າ ໃນການປັບປຸງ ສນາມບິນນັ້ນ ທ່ານບອກວ່າ:
"ເລີ່ມປັບປຸງແລ້ວ ເລີ່ມເດີນແລ້ວ ວາງແລ້ວ ວາງສີລາເລິກ ວ່າງອາທິດ ແລ້ວນີ້ ແຫລະເນາະ ກໍາລັງປັບພື້ນທີ່ມັນ ອະນາມັຍພື້ນທີ່ ມັນໝົດ ບ່ອນໃດບໍ່ມີເຮືອນ ປະຊາຊົນ ເຂົາກໍດຸດ ກະວ່າສາມປີ ໃຫ້ໄດ້ນໍາໃຊ້".
ປະຊາຊົນ ທີ່ຖືກຜົລກະທົບ ແລະ ຕ້ອງໂຍກຍ້າຍນັ້ນ ມີທັງໝົດ 563 ຫລັງຄາເຮືອນ ໃນ 4 ໝູ່ບ້ານຄື ບ້ານໜອງຊາຍ ບ້ານຄົມຂວງ ບ້ານທ່າໂຄມ ແລະບ້ານຄົກວາ. ພື້ນທີ່ ທີ່ໄດ້ມີການ ຈັດສັນໃໝ່ນັ້ນ ມີປະມານ 10 ພັນກວ່າເອັກຕາຣ, ເປັນພື້ນທີ່ເປົ່າຫວ່າງ ໃນເຂດ ບ້ານທ່າທຽນ ແລະ ບ້ານບອນພອນໄຊ ແຂວງ ຫລວງພະບາງ.