ກົດໝາຍ ການລົງທຶນ ສະບັບໃໝ່ ຍັງລໍຖ້າ ດໍາຣັຖ

ກົດໝາຍ ການລົງທຶນ ສະບັບໃໝ່ ຂອງລາວກໍາລັງລໍຖ້າ ດໍາຣັຖ ນາຍົກຣັຖມົນຕຣີ ປະກາດໃຊ້ ຢ່າງເປັນທາງການ.
ມະນີຈັນ
2009.09.04

ກົດໝາຍສົ່ງເສີມ ການຄ້າການລົງທຶນ ສະບັບໃໝ່, ຊຶ່ງມີການຮັບຮອງເອົາ ໃນກອງປະຊຸມ ສະພາແຫ່ງຊາດ ສມັຍສາມັນ ຄັ້ງທີ7 ເມື່ອປະມານ 2ເດືອນກ່ອນນັ້ນ,  ຍັງບໍ່ມີການ ປະກາດໃຊ້ເທື່ອ ເພາະພາກສ່ວນທີ່ ກ່ຽວຂ້ອງຕ້ອງໄດ້ ປະຊຸມຫາຣືກັນ, ເຖິງຂໍ້ດີ-ຂໍ້ເສັຽ ເຖິງຜົລສະທ້ອນ ຂອງກົດໝາຍນັ້ນ ຕໍ່ສັງຄົມລາວ  ແລະຕ້ອງ ລໍຖ້າດໍາຣັຖຈາກ ນາຍົກຣັຖມົນຕຣີ ເພື່ອປະກາດໃຊ້ ຢ່າງເປັນທາງການ ເສັຽກ່ອນ. ເຈົ້າໜ້າທີ່ລາວ ກ່າວກ່ຽວກັບເລື່ອງນີ້ ໃນຕອນນຶ່ງວ່າ:

"ເພາະວ່າກົດໝາຍ ຈະຕ້ອງມີດໍາຣັດ ຈັດຕັ້ງປະຕິບັດ ຕົວນີ້ມັນຍັງ ບໍ່ມີເທື່ອເນາະ, ໃນພາກປະຕິບັດ ຕົວຈິງຈະຕ້ອງ ມີນິຕິກັມຕື່ມ, ໂດຍຈະມີດໍາຣັຖ ສະເພາະ."

ເມື່ອວັນທີ1 ກັນຍາ ນີ້ ພາກສ່ວນກ່ຽວຂ້ອງ ຈາກສະພາແຫ່ງຊາດ ໄດ້ປະຊຸມຫາຣືກັນ, ກ່ຽວກັບການຈັດຕັ້ງ ປະຕິບັດ ກົດໝາຍວ່າດ້ວຍ ການລົງທຶນ         ຂອງຕ່າງປະເທດ ສະບັບໃໝ່ດັ່ງກ່າວ.

ກົດໝາຍສົ່ງເສີມ ການຄ້າການລົງທຶນ ສະບັບໃໝ່ນີ້ ກວມເອົາທັງ ກົດໝາຍການລົງທຶນ, ກົດໝາຍ ພາສີອາກອນ, ກົດໝາຍທີ່ດິນ, ກົດໝາຍສົ່ງເສີມ ການລົງທຶນ ຕ່າງປະເທດ, ມາຮວມກັນເປັນ ສະບັບດຽວ ເພື່ອຫລຸດຜ່ອນຄວາມ ຫູ້ງຍາກ ໃນການຂໍເຮັດ ທຸຣະກິດໃນລາວ. ພ້ອມດຽວກັນ ກໍເພື່ອຫລຸດຜ່ອນ ຄວາມສັບສົນ ແລະ ຂໍ້ຂັດແຍ້ງ ໂດຍໃຫ້ ທຸກພາກສ່ວນ ສາມາດປະຕິບັດ ໄປໃນທິດທາງ ດຽວກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.