ສປປລາວ ຊື້ເຄື່ອງບິນອາຍພົ່ນ ຈາກສປຈີນ
2010.01.12
ຣັຖວິສາຫາກິຈ ສາຍການບິນລາວ ໄດ້ເຊັນສັນຍາ ຊື້ເຄື່ອງບິນອາຍພົ່ນ ຊນີດ ARJ21-700 ຈຳນວນສອງລຳ ເຂົ້າໃນເຄືອຂ່າຍການບີນ ເປັນຄັ້ງທຳອີດ ຈາກບໍຣິສັດ ຜລີດເຄື່ອງບີນ COMIC ຂອງຈີນ ເພື່ອພັທນາການຂົນສົ່ງ ທາງອາກາດຂອງສປປລາວ ໃຫ້ມີສມັຕພາບ ກ້າວໄກຂື້ນກວ່າເກົ່າ ແລະເພື່ອຮອງຮັບ ຜູ້ໃຊ້ບໍຣິການ ທີ່ຈະເພີ້ມຂື້ນ ໃນແຕ່ລະປີ.
ການລົງນາມ ໄດ້ມີຂື້ນໃນມື້ວັນທີ 8 ມົກກະຣາ ປີນີ້. ດັ່ງທ່ານ ຫນູແດງ ຈັນຜາສຸກ ຫົວຫນ້າຝ່າຍບໍຣິຫານ ຣັຖວິສາຫາກິຈ ການບິນລາວ ກ່າວກ່ຽວກັບເຣື້ອງ ນີ້ວ່າ:
"ອີງຕາມຣັຖບານລາວເນາະ ທີ່ວ່າເພີ່ນເຫັນດີ ໃຫ້ທາງການບິນລາວນີ້ ຊື້ເຮືອບິນປະເພດ ARJ ຂອງບໍຣິສັດຜລິດ ເຮືອບິນ ຢູ່ປະເທດຈີນຈຳນວນ 2 ລຳນີ້ແລ້ວກໍ່ຈະ ມອບຮັບໃນລຳທຳອິດ ໃນທ້າຍເດືອນ 8 ປີ 2012 ລຳທີສອງແມ່ນເດືອນ 11 ປີ 2012."
ທ່ານກ່າວຕໍ່ໄປວ່າ ເຮືອບິນຊນີດ ARJ 21-700 ນີ້ເປັນເຄື່ອງບິນ ອາຍພົ່ນຂນາດ 90 ທີ່ນັ່ງ ຊື່ງສ່ວນໃຫຍ່ ເຄື່ອງອາໄຣ່ ຂອງເຄື່ອງບິນດັ່ງກ່າວ ຈະມາຈາກປະເທດ ຕາເວັນຕົກ ມາທຳການຜລີດ ແລະ ປະກອບທີ່ປະເທດຈີນ ເປັນເຄື່ອງບິນທີ່ເຫມາະສົມ ທີ່ຈະໃຊ້ຕາມ ສນາມບີນຕ່າງໆ ໃນຂົງເຂດ ສາຍການບິນລາວ ຈະໃຊ້ເຄື່ອງບິນ ສອງລຳຊນີດດັ່ງກ່າວ ເພື່ອຂຍາຍເສັ້ນທາງ ການບິນທີ່ສຳຄັນເຊັ່ນ ເສັ້ນຂຸນຫມີງ ຮ່າໂນຍ ບາງກອກ ແລະ ພະນົມເປັນ ເປັນຕົ້ນ ໂດຍຕໍ່ໄປຈະມີ ການປັບປຸງການ ຕລາດໄປຍັງປະເທດຈີນ ຫລາຍຂື້ນ. ທ່ານກ່າວເພີ້ມອີກວ່າ:
"ປັບປຸງຂຍາຍຕລາດ ໄປຫັ້ນແຫລະ ສ່ວນຫລາຍຈະເນັ້ນ ບິນໄປພາກໃຕ້ຈີນ ເພາະວ່າດຽວນີ້ ຕລາດຈີນຖືວ່າດີ ຄັນຊີ່ເວົ້າສຳລັບ ການບິນລາວເນາະ ເພາະວ່ານັກລົງທືນຈີນ ກໍ່ມາຫລາຍມາລາວນີ້."
ທ່ານ ຫນູແດງ ຍັງບອກອີກວ່າ ທຸຣະກິດການບິນໃນລາວ ໃນຣະຍະຫລັງໆມານີ້ ຖືວ່າດີຂື້ນຫລາຍ ຍັງຢູ່ໄດ້ ໃນຊ່ວງເຫດວິກິດການ ທາງດ້ານເສຖກິດ ຂອງໂລກ ເຖີງແມ່ນວ່າສາຍການບິນ ຈາກຫລາຍປະເທດ ຈະໄດ້ຮັບຜົລກະທົບ ກໍ່ຕາມ ແຕ່ຈຳນວນຜູ້ໂດຍສານ ຂອງສາຍການບິນລາວ ໃນຊ່ວງປີ 2007-2008 ນັ້ນ ໄດ້ເພີ້ມຂື້ນປະມານ 10 ຫາ 20%.