ທາງອົງກາຣ ຄຸ້ມຄອງທີ່ດິນ ກຳລັງຈັດກາຣ ສຳຣວຈພື້ນທີ່ ບ່ອນທຳມາຫາກິນ ຂອງປະຊາຊົນ ໃນກໍຣະນີ ທີ່ບໍ່ມີໃບ ຕຣາດິນ ແລະຢູ່ໃນເຂຕ ສັມປະທານ ອັນເປັນເຫຕ ໃຫ້ປະຊາຊົນ ໄດ້ຮັບ ຄວາມເດືອດຮ້ອນ. ສະນັ້ນທາງກາຣ ກ່ຽວຂ້ອງຕ້ອງໄດ້ ເຂົ້າມາຊ່ວຍແກ້ໄຂ ເພື່ອຄວາມເປັນທັມ ແຕ່ຖ້າຫາກວ່າ ເປັນພື້ນທີ່ ຈັບຈອງໃໝ່ ທາງອົງກາຣທີ່ດິນ ກໍອາຈຈະບໍ່ຖື ເປັນພື້ນທີ່ຢູ່ ໃນກັມມະສິທ ຂອງປະຊາຊົນ ທີ່ຈັບຈອງນັ້ນ ກໍເປັນໄດ້ ດັ່ງເຈົ້າໜ້າທີ່ ອົງກາຣຄຸ້ມຄອງ ທີ່ດິນແຫ່ງຊາຕ ໄດ້ກ່າວວ່າ:
"ເຣື່ອງສໂນດ ທີ່ດິນຕອນນັ້ນ ຍັງບໍ່ທັນມີຈິງ ເພາະວ່າໂຄງກາຣ ອອກໃບຕຣາດິນ ພວກເຮົານີ້ຍັງ ບໍ່ທັນທົ່ວເຖິງ ທຸກໝູ່ບ້ານ ທຸກໆຕົວເມືອງ ທົ່ວປະເທສ ພວກເຮົາຈະຕ້ອງ ໄດ້ຮັບຮູ້ສິທທິ ຂອງເຂົາເຈົ້າ ເພາະວ່າມັນແມ່ນ ບ່ອນທຳກາຣຜລິຕ ຫລາຍປີມາແລ້ວ ເຮົາຈະຕ້ອງຮັບຮູ້ສິທ ຂອງເຂົາເຈົ້າ”.
ພ້ອມດຽວກັນນັ້ນ ທ່ານກໍວ່າ ໃນຣະຍະຜ່ານມາ ກາຣໃຫ້ສໂນດ ທີ່ດິນແກ່ ປະຊາຊົນ ກໍບໍ່ຄ່ອຍຈະມີ ແລະປະຊາຊົນ ທີ່ປະກອບອາຊີພ ກະເສຕຕະກັມ ກໍບໍ່ມາແຈ້ງ ຕໍ່ທາງເຈົ້າໜ້າທີ່ ຫລືຂໍໃບຕຣາດິນ ນຳເຈົ້າໜ້າທີ່ ກ່ຽວຂ້ອງແຕ່ຢ່າງໃດ ຈຶ່ງມັກເກີດມີ ບັນຫາ ທີ່ພື້ນທີ່ດິນ ຂອງເຂົາເຈົ້າ ຖືກໃຫ້ສັມປະທານ ແກ່ນັກລົງທຶນ ຊາວຕ່າງ ປະເທສ. ນອກຈາກນັ້ນກໍມີ ບາງພື້ນທີ່ໆຖືກ ຈັບຈອງ ໂດຽປະຊາຊົນ ບາງກຸ່ມ ທັ້ງໆທີ່ເປັນ ພື້ນທີ່ວ່າງເປົ່າ:
“ຖ້າວ່າທີ່ດິນ ຈັບຈອງນີ້ ແຕ່ວ່າບໍ່ເຮັດ ທຸຣະກິຈໃດໆ ພວກເຮົາສາມາດ ເວົ້າກັນໄດ້ ຖ້າວ່າທີ່ດິນ ເຂົາເຮັດກາຣຜລິຕນີ້ ມັນໄດ້ມີກາຣ ບຸກເບີກອັນນັ້ນ ພວກເຮົາຈະຮັບຮູ້ ບ່ອນທີ່ ທຳມາຫາກິນ ຂອງເຂົາເຈົ້າ”.
ເຈົ້າໜ້າທີ່ລາວ ທ່ານນີ້ ໄດ້ກ່າວຢ້ຳວ່າ ເຖິງຈະມີກາຣ ສຳຣວຈຕາມເຂຕ ພື້ນທີ່ກາຣ ເພາະປູກ ຂອງປະຊາຊົນ ແລ້ວໃຫ້ຄ່າຊົດເຊີຽ ແກ່ເຂົາເຈົ້າ ແຕ່ປະຊາຊົນ ກໍບໍ່ພໍໃຈ ນຳເຣື່ອງທີ່ດິນ ຂອງເຂົາເຈົ້າ ຕົກໄປຢູ່ ໃນເຂຕ ສັມປະທານ ໂດຽສະເພາະ ກໍແມ່ນບັນຫາ ທີ່ປະຊາຊົນ ບໍ່ຢາກເຄື່ອນຍ້າຍ ອອກຈາກເຂຕທີ່ ເຂົາເຈົ້າເຄີຽ ທຳມາຫາກິນ ມາເປັນເວລາ ດົນນານແລ້ວນັ້ນ.