ບັນຫາ ທີ່ດິນທັບຊ້ອນ ໃນບໍຣິເວນ ໂຄງການສ້າງຂົວຂ້າມນໍ້າຂອງ ມິຕພາບ ລາວ-ໄທ ແຫ່ງທີ 4 ຣະຫວ່າງ ແຂວງບໍ່ແກ້ວ ແລະ ຊຽງຮາຍ ເກີດຈາກ ການວາງແລວຖນົນ ໄປທັບພື້ນທີ່ດິນ ສັມປະທານ ຂອງບໍຣິສັດ AAC Green City Lao, ຊຶ່ງປັດຈຸບັນ ຍັງບໍ່ທັນຖືກແກ້ໄຂ ດັ່ງນັ້ນ ທາງບໍຣິສັດ ສເນີໃຫ້ມີການປັບແລວຖນົນ ທີ່ອອກມາຈາກ ຂົວຂ້າມແມ່ນໍ້າຂອງ ດັ່ງກ່າວ. ທ່ານ ຖາວອນ ວໍຣະບຸດ, ຮອງຫົວໜ້າ ໂຄງການກໍ່ສ້າງ ຂົວຂ້າມແມ່ນໍ້າຂອງ ແຫ່ງທີ 4 ກ່າວວ່າ:
”ທາງບໍຣິສັດ ກໍສເນີມາໃຫ້ ທາງຝ່າຍລາວ ຫາກະຊວງແຜນການ ຫາກະຊວງໂຍທາ ເພື່ອແກ້ໄຂ ບັນຫານີ້ ກໍສເນີ ຂໍໃຫ້ຍ້າຍແລວທາງ ອອກຈາກພື້ນທີ່ ຖ້າວ່າ ເຮົາເອົາ ເສັ້ນໃໝ່ ແລວທາງໃໝ່ນີ້ ກໍຄື ຈະດັດປັບ ຢູ່ປະມານ 6 ກິໂລແມັດ.”
ບໍຣິສັດ ດັ່ງກ່າວ ໄດ້ຮັບສັມປະທານ ພື້ນທີ່ ໃນປີ 2007 ຈໍານວນ 154 ເຮັກຕາຣ ເພື່ອພັທນາ ເປັນສູນກາງ ການທ່ອງທ່ຽວ ສິນຄ້າປອດພາສີ ຄົບວົງຈອນ, ພ້ອມກັບ ສນາມກັອຟ ແຄມແມ່ນໍ້າຂອງ. ແຕ່ໂຄງການດັ່ງກ່າວ ມີພື້ນທີ່ທັບຊ້ອນ ກັບໂຄງການກໍ່ສ້າງ ຂົວຂ້າມແມ່ນໍ້າຂອງ ແຫ່ງທີ 4 ຈໍານວນ 20 ເຮັກຕາຣ. ໃນຂນະນີ້, ຣັຖມົນຕຣີ ກະຊວງແຜນການ ຈະໄດ້ສຶກສາ ພື້ນທີ່ ດັ່ງກ່າວ ເພື່ອຫາທາງແກ້ໄຂບັນຫາດັ່ງກ່າວ ເນື່ອງຈາກວ່າ ການປ່ຽນແລວເສັ້ນທາງ ກໍອາດຈະມີຜົນກະທົບຫລາຍ ເຊັ່ນກັນ. ທ່ານ ຖາວອນ ກ່າວຕໍ່ໄປ ອີກວ່າ:
”ມັນກໍມີຄວາມເປັນໄປໄດ້ ກໍຕ້ອງເບິ່ງວ່າ ງົປມານ ທີ່ມັນຄາດເຄື່ອນເນາະ ຈະເປັນອັນໃດອັນນຶ່ງ, ອັນສອງມາ ກໍຄື ເບິ່ງສະພາບ ຂອງເສັ້ນທາງ ທີ່ຈະປ່ຽນນີ້ ມັນເປັນໄປໄດ້ບໍ່ ເພາະວ່າ ແຖວນັ້ນ ມັນເປັນພູເຂົາ, ອັນທີ 3 ມາ ກໍຄື ຈະກະທົບ ຕໍ່ຄວາມຊ່ອຍເຫລືອ ຫລືບໍ່”.
ສ່ວນ ສື່ມວນຊົນໄທ ຣາຍງານວ່າ ດຣ. ລີຊາ ສິງສົມບູນ, ປະທານ ບໍຣິສັດ AAC Green City Lao ກ່າວວ່າ ບໍຣິສັດ ຍັງໄດ້ຮຽກຮ້ອງ ໃຫ້ກົມທາງຫລວງ ປະເທດໄທ ເລື່ອນການປະມູນຄາຣາ ເພື່ອຫາຜູ້ຮັບເໝົາ ໂຄງການກໍ່ສ້າງຂົວ ອອກໄປ ເພື່ອແກ້ໄຂ ບັນຫາດັ່ງກ່າວ ເສັຍກ່ອນ, ເພື່ອຫາທາງອອກ ຮ່ວມກັນ ແລະ ຖ້າຫາກວ່າ ຕ້ອງເພີ້ມງົບປະມານ, ທາງບໍຣິສັດ ກໍພ້ອມ ຈະມີສ່ວນຮ່ວມ ໂດຍຢືນຢັນວ່າ ບໍ່ໜ້າ ຈະເກີດຜົນກະທົບ ຫຍັງຫລາຍ.