ຂຍາຍສນາມບິນ ຫລວງພຣະບາງ ຊາວບ້ານໂຍກຍ້າຍ

ປະຊາຊົນ ທີ່ອາສັຍຢູ່ ຕາມບໍຣິເວນ ໃນໂຄງກາຣຂຍາຍ ສນາມບິນ ເມືອງຫລວງພຣະບາງ ຈະຕ້ອງໄດ້ຍ້າຍ ອອກຈາກ ເຂຕພື້ນທີ່ ພາຍໃນເດືອນ ມິຖຸນາ.

0:00 / 0:00

ເນື່ອງຈາກວ່າ ທາງກາຣລາວ ກຳລັງພັທນາ ເຂຕພື້ນທີ່ໃໝ່ ໃຫ້ປະຊາຊົນ ຫລາຍຮ້ອຍຄອບຄົວ ທີ່ໄດ້ຮັບຜົລກະທົບ ຈາກໂຄງກາຣ ຂຍາຍສນາມບິນ ເມືອງ ຫລວງພຣະບາງ ຈະໄດ້ຍ້າຍເຂົ້າ ໄປອາສັຍຢູ່ ທີ່ຄາດວ່າຈະ ໃຫ້ແລ້ວສຳເຣັຈ ພາຍໃນເດືອນ ມີຖຸນາ ທີ່ຈະມາເຖິງນີ້ ດັ່ງເຈົ້າໜ້າທີ່ ແຂນງເຄຫະຜັງເມືອງ ກະຊວງໂຍທາ ແລະຂົນສົ່ງ ປະຈຳແຂວງຫລວງ ພຣະບາງ ໄດ້ກ່າວວ່າ:

“ກຳລັງຂຸດພື້ນທີ່ ຮອງຮັບປະຊາຊົນ ຫັ້ນແຫລະ ບ່ອນໂຍກຍ້າຍ ປະຊາຊົນ ໄປໄວ້ບ່ອນໃໝ່ ຫັ້ນແຫລະ ຢູ່ມໍ່ຕິດກັນ ເວລາປັບພື້ນທີ່ແລ້ວ ຕໍ່ນ້ຳຕໍ່ໄຟເຂົ້າ ໄປຄ່ອຍຍ້າຍ ກະວ່າເດືອນ 6 ຕ້ອງໂຍກຍ້າຍ ອອກໝົດ ຕ້ອງສ້າງບ້ານ ໃຫ້ສຳເຣັຈໝົດກ່ອນ ຈຶ່ງໃຫ້ເພິ່ນໄປໄດ້”.

ເຈົ້າໜ້າທີ່ລາວ ທ່ານນີ້ໄດ້ແຈ້ງ ເພີ່ມວ່າ ຂະນະນີ້ກຳລັງ ມີກາຣປະເມີນ ດ້ານຄ່າຊົດເຊີຽ ໃຫ້ແຕ່ລະຄອບຄົວ ທີ່ມີທັງໝົດ ບໍ່ຕໍ່າກວ່າ 563 ຫລັງຄາເຮືອນ ໃນ 4 ໝູ່ບ້ານ ດ້ວຍກັນຄື: ບ້ານໜອງຊາຍ ບ້ານຄົມຂວາງ ບ້ານຜາໂຄມ ແລະບ້ານຄົກຫວ້າ. ສະເພາະ ເຂຕພື້ນທີ່ໆກຳລັງ ມີກາຣປຸກສ້າງ ຈັດສັນໃຫ້ໃໝ່ນັ້ນ ມີພື້ນທີ່ທັງໝົດ ກວ່າ 10,000 ເຮັກຕ໊າຣ໌ ໃນເຂຕ ບ້ານທ່າທຽນ ແລະບ້ານບອນພອນໄຊ. ສ່ວນຄວາມຄືບໜ້າ ທາງດ້ານກາຣ ຂຍາຍສນາມບິນ ນັ້ນ ທ່ານກໍໃຫ້ ຄຳເຫັນວ່າ:

“ດຽວນີ້ບ່ອນໄໜ (ໃດ) ເຮົາປັບໄດ້ ເຮົາກໍເຣີ່ມປັບແລ້ວ ເຣີ່ມລົງມືແລ້ວເນາະ ບ່ອນໃດທີ່ບໍ່ຖືກ ປະຊາຊົນຫັ້ນນ໋າ ດິນຫວ່າງຂອງ ຣັຖຫວ່າງ ເຮົາປັບໝົດ ກຳລັງເຣີ່ມປັບ ປັບພື້ນທີເຣື່ອງ ເດີ່ນບິນໃໝ່ ໃຫ້ມັນແລ້ວຢູ່ 70% ແລ້ວຍົນ (ເຮືອບິນ) ລົງໄດ້ແລ້ວ ຍັງປິດເດີ່ນ ເກົ່າເນາະ”.

ຢ່າງໃດກໍຕາມ ໂຄງກາຣຂຍາຍ ສນາມບິນ ຫລວງພຣະບາງ ດັ່ງກ່າວນີ້ ທາງຣັຖບາລລາວ ໄດ້ຮັບທຶນກູ້ຢືມ ຈາກຣັຖບາລຈີນ ໃນມູລຄ່າທັງໝົດ 86.4 ລ້ານ (ແປດໝື່ນ ຫົກພັນລ້ານ ສີ່ແສນ) ດອລລາຣ໌ ສະຫະຣັຖ ໂດຽມີກຳໜົດ ສ້າງລານແລ່ນຫລື Runway ໃໝ່ ໃຫ້ມີຄວາມຍາວ ເຖິງ 3,000 ແມ໊ຕ, ເພື່ອເຮືອບິນຂນາດໃຫຍ່ ຈະສາມາດ ລົງຈອດໄດ້ ຊຶ່ງເປັນພາຄສ່ວນໜື່ງ ໃນກາຣຕຣຽມ ເພື່ອຮອງຮັບນັກທ່ອງທ່ຽວ ຊາວຕ່າງປະເທສ ທີ່ມີແນວໂນ້ມເພີ່ມ ຂຶ້ນເລື້ອຽໆ ໃນແຕ່ລະປີ.