ອິນເດັຽຊ່ວຍລາວພັທນາ ຣະບົບຊົລປະທານ

ຣັຖບາລອິນເດັຽ ໄດ້ຕົກລົງໃຫ້ກາຣ ຊ່ວຍເຫລືອ ສປປລາວ ໃນໂຄງກາຣພັທນາ ຣະບົບ ຊົລປະທານ ໂດຽມີກາຣເຊັນ ບົທບັນທຶກ ຄວາມເຂົ້າໃຈຫລື MOU ຮ່ວມກັນ ໃນມື້ວັນທີ່ 30 ມີນາ ນີ້.
ຫວາດ ສີມູນ
2010.03.31

ດັ່ງເຈົ້າໜ້າທີ່ ທ່ານໜຶ່ງ ຈາກກົມຊົລປະທານ ກະຊວງກະສິກັມ ແລະ ປ່າໄມ້ໄດ້ກ່າວວ່າ:

“ໂຄງກາຣກໍ່ສ້າງ ຣະບົບຊົລປະທານ ແບບໄຫລເອງ ແບບ Gravity ກັບຟື້ນຟູ ຈັກສູບນ້ຳຕ່າງໆ ມັນມີຢູ່ ໄຊຍະບຸຣີ ແດ່ ແລ້ວກໍ ແຂວງວຽງຈັນ ແລ້ວກໍຢູ່ ແຂວງ ສວັນນະເຂຕ ແລ້ວກໍ ແຂວງອື່ນໆອີກ ເປັນເງິນກູ້ຈາກຣັຖ ບາລອິນເດັຽ ເປັນ MOU ຢູ່ ເຊັນມື້ວານນີ້”.

ໃນຂະນະດຽວກັນ ທ່ານກໍໃຫ້ກາຣ ອະທິບາຍເພີ່ມວ່າ ເປັນໂຄງກາຣຮ່ວມມື ເພື່ອພັທນາເຄືອຂ່າຍ ຊົລປະທານ ຈາກຣະດັບໃຫຍ່ ໄປເຖິງຣະດັບ ຊຸມຊົນ ທີ່ອາຈຈະມີ ກາຣກໍ່ສ້າງອ່າງເກັບນ້ຳ ແລະ ກາຣປັບປຸງຈັກສູບນ້ຳ ຕາມເຂຕພື້ນທີ່ຕ່າງໆ ຕລອດຮອດກາຣ ຄວບຄຸມໃນກາຣອອກ ແບບສຳຫລັບຣະບົບ ຊົລປະທານ ເພື່ອກາຣຜລິຕ ກາຣກະເສຕ ພ້ອມກັບກາຣຝຶກ ອົບຮົມ ແລະ ພັທນາບຸຄລາກອນ ນຳດ້ວຍ ທີ່ຕົກເປັນມູລຄ່າ ທັງໝົດປະມານ 30 ລ້ານດອລລາຣ໌ ສະຫະຣັຖ:

“ກໍຄືລຸດຜ່ອນ ເຣື່ອງພັຍແຫ້ງແລ້ງ ນີ້ແຫລະ ແກ້ໄຂຊີວີຕ ຄວາມເປັນຢູ່ໃຫ້ ປະຊາຊົນທີ່ ເຂົາເຈົ້າໄດ້ປູກພືຊ ປູກເຂົ້າ ໃນຣະດູດຽວ ໃຫ້ມັນໄດ້ 2 ຣະດູ ບໍ່ໃຫ້ມັນມີ ຜົລກະທົບຈາກ ພັຍແຫ້ງແລ້ງ ເປັນຕົວແກ້ໄຂ ເຣື່ອງກາຣສນອງນ້ຳ ໃຫ້ປະຊາຊົນ ສາມາດປູກເຂົ້າ ປູກພືຊຕ່າງໆ”.

ເຈົ້າໜ້າທີ່ທ່ານນີ້ ໃຫ້ກາຣອະທິບາຍ ອີກວ່າ ສຳຫລັບໂຄງກາຣ ກໍ່ສ້າງອ່າງເກັບ ນ້ຳນັ້ນ ກໍໄດ້ມີກາຣສຳຣວຈ ອອກແບບ ໃນເບື້ອງຕົ້ນແລ້ວ ແຕ່ກໍຍັງຈະມີ ກາຣທົບທວນສຶກສາ ຣາຍລະອຽດຕື່ມອີກ ເສັຽກ່ອນ ແລະຄາດວ່າຈະ ສາມາດເຣີ່ມກາຣ ກໍ່ສ້າງໄດ້ໃນ ຣະຍະເວລາ 6 ເດືອນ ຂ້າງໜ້ານີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.