ນັກທຸຣະກິດ ໃນແຂວງ ຫລວງນໍ້າທາ ວ່າ ຖນົນ R3A ທີ່ເຊື່ອມຕໍ່ ລະຫວ່າງ ໄທ ລາວ ແລະພາກໃຕ້ ປະເທດຈີນ ມີສ່ວນເຮັດໃຫ້ ເສຖກິດ ໃນແຂວງ ຫລວງນໍ້າທາ ດີຂື້ນ ໂດຍສະເພາະ ການສົ່ງອອກ ສິນຄ້າ ດ້ານກະເສດ ເພາະວ່າຄ່າ ຂົນສົ່ງ ສະດວກສະບາຍ ແລະ ຣາຄາ ກໍເໝາະສົມ ດັ່ງທ່ານ ສົມພົງ ເລັຽເປົາຊົ່ງ ນັກທຸຣະກິດ ການຂົນສົ່ງ ຫລວງນໍ້າທາ ໄດ້ກ່າວ:
"ແລະປີນີ້ ກໍເອົາດີ ຂື້ນແດ່ ສ່ວນຫລາຍ ພວກເຮົາ ກໍສົ່ງອອກ ປະເພດຜລິຕຜົນ ກະສິກັມ ເຂົ້າ ເຂົ້າໂພດ ໝາກງາ ຜົນຜລິດຕ່າງໆ ຂອງການກະເສດ ຕລອດຮອດ ສັດລ້ຽງ ສົ່ງອອກໄປ ຜົນຜລິດ ການກະເສດ ຂອງຄົນລາວ ໄປຂາຍຢູ່ ທີ່ຈີນ ສ່ວນຫລາຍໄປ ຂາຍຢູ່ຢຸນນ່ານ".
ທ່ານວ່າ ສິນຄ້າ ປະເພດກະເສດ ທີ່ກ່າວມານີ້ ມີການ ພັທນາແລະ ຜລິດໄດ້ ຫລາຍຂື້ນ. ການສົ່ງອອກ ໝາກສາລີ ເພີ້ມຂື້ນ 20% ຈາກປີຜ່ານມາ ເຮັດໃຫ້ລາຍໄດ້ ເຄິ່ງປີ ທໍາອິດ ຂອງແຂວງ ປີ 2010 ສູງຂື້ນເຖິງ 200 ລ້ານໂດລາ ສະຫະຣັຖ.
ຜູ້ທີ່ລົງທືນ ການກະເສດ ໃນແຂວງ ຫລວງນໍ້າທາ ສ່ວນຫລາຍແມ່ນ ຊາວຈີນ ບໍຣິສັດ ຂົນສົ່ງສິນຄ້າ ຂ້າມແດນ ລາວ-ຈີນ ບໍຣິສັດ ນໍາເຂົ້າ ແລະ ສົ່ງອອກຂອງຈີນ ແລະ ຮ້ານຄ້າຂາຍ ຍ່ອຍຕ່າງໆ ທີ່ພົບເຫັນ ຢູ່ເມືອງນໍ້າທາ ເມືອງສິງ ແລະ ເມືອງບໍ່ເຕັນ.